ທີ່ກອງປະຊຸມ, ການນໍາບັນດາວິສາຫະກິດສະແດງຄວາມສະໜັບສະໜູນຢ່າງແຮງ ແລະຄໍາໝັ້ນສັນຍາເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງເຂົ້າໃນບັນດາໂຄງການເຊິ່ງພັກ, ລັດໄດ້ວາງອອກ, ໃນນັ້ນປະກອບສ່ວນພ້ອມກັບທົ່ວປະເທດບັນລຸລະດັບເຕີບໂຕແຕ່ 8% ໃນປີ 2025 ແລະສອງຕົວເລກໃນໄລຍະຈະມາເຖິງ.
    |
 |
ກອງປະຊຸມຄະນະປະຈໍາລັດຖະບານພົບປະກັບວິສາຫະກິດ. ພາບ: ສໍານັກຂ່າວສານຫວຽດນາມ. |
ສະຫຼຸບການເຮັດວຽກ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຮັບຮູ້, ຕີລາຄາສູງຄໍາເຫັນປະກອບທີ່ຈິງໃຈ, ຄວາມຮັບຜິດຊອບຂອງຜູ້ແທນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງສັງລວມ, ແກ້ໄຂຄໍາເຫັນປະກອບຂອງວິສາຫະກິດ, ຮັບປະກັນຄວາມຈະແຈ້ງກ່ຽວກັບຄົນ, ວຽກງານ, ຄວາມຮັບຜິດຊອບ, ຄວາມຄືບໜ້າ, ຜະລິດຕະພັນ.
ສະແດງຄວາມເຊື່ອໝັ້ນ, ຄວາມເອກອ້າງທະນົງໃຈຕໍ່ວິສາຫະກິດຫວຽດນາມ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ໃນຜົນງານຂອງເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດນັ້ນ ມີການປະກອບສ່ວຍສໍາຄັນຂອງຖັນແຖວວິສາຫະກິດ, ນັກທຸລະກິດ. ໃນນັ້ນ, ເສດຖະກິດພາກເອກະຊົນ ປະກອບເກືອບ 45% GDP ທົ່ວປະເທດ, ກວ່າ 40% ເງິນລົງທຶນປະຕິບັດທົ່ວສັງຄົມ, ສ້າງວຽກເຮັດງານທໍາໃຫ້ 85% ຈໍານວນແຮງງານທົ່ວປະເທດ; ກວມເອົາ 35% ຍອດວົງເງິນນໍາເຂົ້າທັງໝົດ ແລະ 25% ຍອດວົງເງິນສົ່ງອອກທັງໝົດ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນໄຂກອງປະຊຸມຄະນະປະຈໍາລັດຖະບານ ພົບປະກັບວິສາຫະກິດ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ພັກ, ລັດມີຫຼາຍນະໂຍບາຍ, ກົດໝາຍໜູນຊ່ວຍວິສາຫະກິດ, ຖັນແຖວນັກທຸລະກິດຫວຽດນາມ ແລະສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ວິສາຫະກິດ, ນັກທຸລະກິດພັດທະນາ, ປະກອບສ່ວນໃຫ້ພາລະກິດພັດທະນາປະເທດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ຖັນແຖວວິສາຫະກິດ, ນັກທຸລະກິດນໍາໜ້າໃນການປ່ຽນແປງໃໝ່ປະດິດສ້າງ, ຍູ້ແຮງວິທະຍາສາດ-ເຕັກໂນໂລຊີ, ຫັນເປັນດີຈີຕອນ; ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນກວ່າອີກໃຫ້ແກ່ 3 ບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ກໍ່ສ້າງຊັບພະຍາກອນມະນຸດ; ເລັ່ງຄວາມໄວ, ບຸກທະລຸໃນການເຕີບໂຕ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມີຄໍາໝັ້ນສັນຍາ ເພື່ອໃຫ້ວິສາຫະກິດມີຄວາມອຸ່ນອ່ຽງໃຈລົງທຶນຜະລິດ, ດໍາເນີນທຸລະກິດ, ບົນພື້ນຖານຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ ແລະບໍ່ໃຫ້ເກີດໄພສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້. ບັນດາວິສາຫະກິດ ຕ້ອງດໍາເນີນທຸລະກິດຖືກຕາມກົດໝາຍ, ຄວາມຮັບຜິດຊອບຕໍ່ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ສະຫວັດດີການສັງຄົມ, ເບິ່ງແຍງດູແລຜູ້ອອກແຮງງານດໍາເນີນທຸລະກິດ, ກໍ່ສ້າງວັດທະນະທໍານັກທຸລະກິດທີ່ມີສີສັນຊາດ.
ເນັ້ນໜັກສານທີ່ວ່າ: ລັດຖະບານ ບໍ່ໃຫ້ເວົ້າບໍ່, ບໍ່ໃຫ້ເວົ້າຍາກ, ບໍ່ໃຫ້ເວົ້າມີແຕ່ບໍ່ເຮັດ, ພ້ອມກັນກໍ່ສ້າງປະເທດໃນສັງກາດໃໝ່ - ສັງກາດບືນຕົວຂຶ້ນໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປະເທດມີຄວາມມຸ່ງຫວັງ, ປະຊາຊົນປາດຖະໜາ, ລໍຄອຍ, ລັດຕ້ອງກໍ່ສ້າງ, ວິສາຫະກິດຕ້ອງປະກອບສ່ວນເພື່ອໃຫ້ປະເທດພັດທະນາ.
ໂດຍ: ໄຊຊະນະ