ທີ່ການເຮັດວຽກ, ທ່ານ ຟ້າມມິງຈີ້ງ ໄດ້ຊົມເຊີຍ, ຕີລາຄາສູງຜົນການພັດທະນາເສດຖະກິດ-ສັງຄົມຂອງແຂວງກວ໋າງຫງາຍ ປີ 2024, ດ້ວຍ 25/25 ຄາດໝາຍທີ່ບັນລຸໄດ້ ແລະລື່ນກາຍແຜນການ, ປະກອບສ່ວນເຂົ້າໃນໝາກຜົນ, ຜົນງານລວມຂອງທົ່ວປະເທດ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຂວງກວ໋າງຫງາຍ ຕ້ອງ “ປ່ຽນແປງໃໝ່ຈິນຕະນາການ, ເບິ່ງກວ້າງມອງໄກ, ຄິດເລິກ, ເຮັດໃຫຍ່”, “ໃຫ້ຄວາມສຳຄັນຕໍ່ເວລາ, ພູມປັນຍາ ແລະການຕັດສິນຢ່າງເດັດຂາດ, ມີຈຸດສຸມ, ຈຸດໃຈກາງ”, “ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ”, “ເວົ້າແລ້ວຕ້ອງເຮັດ, ໃຫ້ຄໍາໝັ້ນສັນຍາຕ້ອງປະຕິບັດ, ໄດ້ປະຕິບັດແລ້ວຕ້ອງມີໝາກຜົນແທດຈິງ”, “ຮັດແໜ້ນລະບຽບວິໄນ, ລະບຽບການບໍລິຫານ”.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການເຮັດວຽກກັບຄະນະປະຈໍາພັກແຂວງກວ໋າງຫງາຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງກວ໋າງຫງາຍ ຕ້ອງຊາບຊຶມ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ບັນດາແຜນນະໂຍບາຍ, ມະຕິ, ຂໍ້ສະຫຼຸບ, ຄໍາສັ່ງຂອງສູນກາງ, ສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ ຢ່າງມີປະສິດທິຜົນ; ປ່ຽນແປງໃໝ່ຈິນຕະນາການ, ວິໄສທັດພັດທະນາ, ຂຸດຄົ້ນແຫຼ່ງກໍາລັງພາຍໃນຢ່າງສຸດຂີດ, ພິເສດແມ່ນເສີມຂະຫຍາຍມູນເຊື້ອປະຫວັດສາດ, ວັດທະນະທໍາ; ສ້າງຕັ້ງບັນດາເຂດກໍາລັງໜູນ ເພື່ອເປັນກໍາລັງຫຼັກແຫຼ່ງໃນການພັດທະນາ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ເຮັດວຽກກັບຄະນະປະຈໍາພັກແຂວງກວ໋າງຫງາຍ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ. ພາບ: ສໍານັກຂ່າວສານຫວຽດນາມ. |
ກວ໋າງຫງາຍ ຕ້ອງຮີບຮ້ອນປະຕິບັດການສັບຊ້ອນກົງການຈັດຕັ້ງຕາມມະຕິສະບັບເລກທີ 18/NQ-TW ໃຫ້ສໍາເລັດ, ຕິດພັນກັບການກະກຽມຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ແລະກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XXI, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ; ປະຕິບັດມະຕິສະບັບເລກທີ 57/NQ-TW ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນແຫ່ງຊາດ ແລະແຜນດໍາເນີນງານຂອງລັດຖະບານ ກ່ຽວກັບການປະຕິບັດມະຕິສະບັບເລກທີ 57/NQ-TW, ຕິດພັນກັບແຜນຮ່າງ 06 ຢ່າງມີປະສິດທິຜົນ.
ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ແຂວງກວ໋າງຫງາຍ ຕ້ອງເຮັດໃໝ່ບັນດາກໍາລັງໜູນການເຕີບໂຕມູນເຊື້ອ ຄື: ການລົງທຶນ, ການສົ່ງອອກ, ບໍລິໂພກ; ຊຸກຍູ້ບັນດາກໍາລັງໜູນເຕີບໂຕໃໝ່ ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດຕົວເມືອງ, ເສດຖະກິດກາງຄືນ, ວັດທະນະທໍາອຸດສາຫະກໍາ, ອຸດສາຫະກໍາບັນເທິງ; ຄົ້ນຄວ້າ, ກວດກາຄືນບັນດາກົນໄກລະດົມແຫຼ່ງກໍາລັງ, ສ້າງກໍາລັງໜູນ, ກໍາລັງຄວາມສາມາດໃໝ່ໃຫ້ແກ່ການເຕີບໂຕ...
ໂດຍ: ໄຊຊະນະ