ຫວຽດນາມ ຖືເປັນສໍາຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ກັບ UAE ກວ່າອີກ
ກປ.ອອນໄລ - ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ UAE ກວ່າອີກ.
ຕອນບ່າຍວັນທີ 8 ກຸ່ມພາ, ທີ່ຮ່າໂນ້ຍ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Mohamed Alsuwaidi ລັດຖະມົນຕີການລົງທຶນ UAE, ລັດຖະມົນຕີຫົວເງື່ອນຝ່າຍ UAE ໃນການຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ-UAE.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ UAE ກວ່າອີກ.
ທ່ານຮອງນາຍົກລັດຖະມົນຕີ ສະເໜີ UAE ສືບຕໍ່ສົມທົບກັນຜັນຂະຫຍາຍບັນດາໂຄງການໃນຂົງເຂດເຕັກໂນໂລຊີສູງ, ປັນຍາປະດິດ, ສູນຂໍ້ມູນ, ຊຸກຍູ້ການຫັນເປັນດີຈິີຕອນ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ສອງປະເທດສຳເລັດການໃຫ້ສັດຕະຍາບັນ ແລະປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ໂດຍໄວ, ມຸ່ງເຖິງເປົ້າໝາຍຍົກສູງວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 20 ຕື້ໂດລາສະຫະລັດຄືການນຳຂັ້ນສູງ 2 ປະເທດໄດ້ເຫັນດີເປັນເອກະພາບ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຕ້ອນຮັບທ່ານ Mohamed Alsuwaidi ລັດຖະມົນຕີກະຊວງການລົງທຶນ UAE. ພາບ: VGP |
ສ່ວນທ່ານລັດຖະມົນຕີ Mohamed Alsuwaidi ເນັ້ນໜັກວ່າ UAE ຖືເປັນສໍາຄັນບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ UAE ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນເດືອນຕຸລາ ປີກາຍ, ຕາມນັ້ນແລ້ວ, ເປົ້າໝາຍສຳຄັນຂອງການຢ້ຽມຢາມຫວຽດນາມ ຄັ້ງນີ້ເພື່ອຫັນບັນດາຄຳໝັ້ນສັນຍາເປັນລະອຽດ, ສູ້ຊົນບັນລຸບັນດາໝາກຜົນໂຄງການຮ່ວມມືລະອຽດ. ຕາງໜ້າໃຫ້ລັດຖະບານ UAE, ທ່ານລັດຖະມົນຕີໄດ້ຕີລາຄາສູງການຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ 2025 ຢູ່ UAE ຂອງທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຈະມາເຖິງ.
ທ່ານລັດຖະມົນຕີເຊື່ອໝັ້ນວ່າ ໃນໂອກາດຢ້ຽມຢາມ, 2 ຝ່າຍຈະສືບຕໍ່ປຶກສາຫາລື ແລະເຫັນດີເປັນເອກະພາບບັນດາເນື້ອໃນຮ່ວມມືທີ່ສຳຄັນ, ຜັນຂະຫຍາຍຄຳໝັ້ນສັນຍາຂອງການນຳຂັ້ນສູງ 2 ປະເທດ.
ສອງຝ່າຍເຫັນດີສືບຕໍ່ສົມທົບກັນ, ຫັນບາງໂຄງການຮ່ວມມືອື່ນເຊິ່ງການນໍາຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບເປັນລະອຽດຄື UAE ລົງທຶນໜູນຊ່ວຍຫວຽດນາມ ກໍ່ສ້າງສະຖາບັນບານເຕະໜຸ່ມໃຫ້ສະໂມສອນຕໍາຫຼວດຮ່າໂນ້ຍ; ໂຄງການລົງທຶນປູກເຂົ້າຢູ່ຫວຽດນາມ ເພື່ອສົ່ງອອກ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ UAE.
ໂດຍ: ໄຊນີດາ