ທີ່ການຕ້ອນຮັບພາຍຫຼັງພິທີທາງການ, ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ຊົມເຊີຍ ທ່ານ ຫງວຽນມິງຫວູ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາລາຊະອານາຈັກ ກໍາປູເຈຍ; ເຊື່ອໝັ້ນວ່າ ດ້ວຍບົດຮຽນປະສົບການຂອງຕົນ, ທ່ານ ຫງວຽນມິງຫວູ ຈະມີອາຍຸການປະຕິບັດງານທີ່ປະສົບຜົນສໍາເລັດ, ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນສອງຝ່າຍ ກໍາປູເຈຍ-ຫວຽດນາມ.

leftcenterrightdel
ທ່ານ ຫງວຽນມິງຫວູ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາຊະອານາຈັກກໍາປູເຈຍ ຍື່ນສານຕາຕັ້ງຕໍ່ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດແຫ່ງລາຊະອານາຈັກ ກຳປູເຈຍ.  ພາບ: ສໍານັກຂ່າວສານຫວຽດນາມ.

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ຢັ້ງຢືນວ່າ ກໍາປູເຈຍ ຍາມໃດກໍຈົດຈໍາບຸນຄຸນຂອງຫວຽດນາມ ໃນການຕໍ່ສູ້ປົດປ່ອຍປະເທດຊາດ, ໄດ້ຊ່ວຍກໍາປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດປອນປົດ (Polpot); ພ້ອມທັງຫວັງວ່າ ການພົວພັນສອງປະເທດ ຈະສືບຕໍ່ໄດ້ຮັບການຮັກສາ ແລະພັດທະນາ. ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ກໍຕີລາຄາສູງຕໍ່ການພັດທະນາຮອບດ້ານຂອງຫວຽດນາມ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກ, ສະພາແຫ່ງຊາດ ແລະລັດຖະບານ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.

ສ່ວນທ່ານ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະສະຫງວນບຸລິມະສິດສູງໃຫ້ແກ່ການປັບປຸງ ແລະເພີ່ມທະວີຄວາມສາມັກຄີ, ການຮ່ວມມືຮອບດ້ານກັບກໍາປູເຈຍ; ໃຫ້ຄໍາໝັ້ນສັນຍາວ່າໃນຖານະຕໍາແໜ່ງໃໝ່ ທ່ານ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນນໍາການພົວພັນສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນຕາມການກໍານົດທິດຂອງການນໍາ ແລະຄວາມປາດຖະໜາຂອງປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ