ໂດຍໃຫ້ຮູ້ວ່າ ຫວຽດນາມ ຕີລາຄາສູງການພົວພັນຮ່ວມມືກັບ FAO ໃນຕະຫຼອດຊຸມປີຜ່ານມາ, ທັງໃນໄລຍະຫຍຸ້ງຍາກກ່ອນນີ້ ແລະໃນໄລຍະພັດທະນາປະເທດຄືໃນປະຈຸບັນ, ໂດຍສະເພາະແມ່ນໃນການຊຸກຍູ້ພັດທະນາກະສິກໍາ, ຊົນນະບົດ ແລະຫັນປ່ຽນລະບົບສະບຽງອາຫານແບບຍືນຍົງ, ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມຂອບໃຈມາຍັງ FAO ທີ່ໄດ້ລະດົມແຫຼ່ງກໍາລັງໜູນຊ່ວຍຮີບດ່ວນ (ມູນຄ່າ 1,9 ລ້ານໂດລາສະຫະລັດ), ຊ່ວຍເຫຼືອປະຊາຊົນຫວຽດນາມ ຟື້ນຟູພາຍຫຼັງພາຍຸຢາກີ ເມື່ອເດືອນ ກັນຍາ 2024 ຢ່າງທັນການ; ທ່ານເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ FAO ແລະຫວຽດນາມ ຈະສືບຕໍ່ພັດທະນາ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ປີ 2024, ເຖິງວ່າມາດຕາຖ່ວງກະສິກໍາໃນ GDP ຍັງເຫຼືອພຽງປະມານ 11%, ແຕ່ວ່າຂະແໜງອຸດສາຫະກໍາຢູ່ຫວຽດນາມ ສືບຕໍ່ຢັ້ງຢືນບົດບາດສໍາຄັນ ແລະແມ່ນເສົາຄໍ້າຂອງພື້ນຖານເສດຖະກິດ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ປະກອບສ່ວນເຮັດໃຫ້ສັງຄົມ ແລະການຫາເງິນລ້ຽງຊີບຂອງປະຊາຊົນມີສະຖຽນລະພາບ, ປະກອບສ່ວນຮັບປະກັນຊີວິດສັງຄົມ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການໃຫຍ່ອົງການອາຫານ ແລະການກະເສດ ສປຊ (FAO). ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມຫຼາຍຂໍ້ລິເລີ່ມ, ມານະພະຍາຍາມສາກົນເພື່ອຢາກປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນທ່ົວໂລກ, ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ. ທ່ານ Qu Dongyu ຢັ້ງຢືນວ່າ ຫວຽດນາມ ແມ່ນຮູບແບບ, ມີຜົນງານ, ບົດຮຽນອັນລ້ໍາຄ່າຫຼາຍຢ່າງ ເຊິ່ງຫຼາຍປະເທດນິຍົມນັບຖື ແລະຢາກທາບທາມ; FAO ຍາມໃດກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນດ້ານກະສິກໍາແບບຍືນຍົງ, ຄືໂຄງການປູກເຂົ້າ 1 ລ້ານເຮັກຕາ ທີ່ມີຄຸນນະພາບສູງ, ປ່ອຍອາຍພິດຕໍ່າ.
ທ່ານ Qu Dongyu ຕີລາຄາວ່າ ເຖິງວ່າມີທີ່ດິນບໍ່ຫຼາຍກໍ່ຕາມ ແຕ່ຫວຽດນາມ ພວມຢູ່ທີ່ຕັ້ງປະຫວັດສາດ, ມີຫຼາຍເງື່ອນໄຂ ເຊິ່ງບໍ່ມີປະເທດໃດມີໄດ້ເພື່ອຫັນປ່ຽນກະສິກໍາ, ສະບຽງອາຫານແບບຍືນຍົງ, ກວມລວມກວ່າ, ມີປະສິດທິຜົນກວ່າ, ມີຄວາມສາມາດທົນທານກວ່າ, ປະກອບສ່ວນໃຫ້ໂລກຫຼາຍກວ່າເກົ່າ, ເມື່ອຊາວກະສິກອນຫວຽດນາມ ພວມຢູ່ໃນເກນອາຍຸໜຸ່ມ ແລະມີຄວາມເອົາໃຈໃສ່, ການລົງທຶນຂອງລັດ; ສະເໜີໃຫ້ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືກັບ FAO, ພິເສດແມ່ນເສີມຂະຫຍາຍບົດບາດສໍາຄັນໃນການສົມທົບຜັນຂະຫຍາຍບັນດາໂຄງການຮ່ວມມືສາມຝ່າຍລະຫວ່າງ FAO - ຫວຽດນາມ - ບັນດາປະເທດອາຟະຣິກາ ຢ່າງມີຜົນ, ການຮ່ວມມືໃຕ້-ໃຕ້, ປະກອບສ່ວນພັດທະນາ, ຫັນປ່ຽນກະສິກໍາ, ສະບຽງອາຫານແບບຍືນຍົງໃນໂລກ.
ໂດຍ: ໄຊນີດາ