ທ່ານ ໂຕເລິມ ເລຂາທິການໃຫຍ່: ຮັບປະກັນໃຫ້ບັນດາອົງການພາຍຫຼັງສັບຊ້ອນໃຫ້ມີການເຄື່ອນໄຫວທັນທີ, ບໍ່ຂາດວັກຂາດຕອນ
ກປ.ອອນໄລ - ທຸກຂັ້ນ, ທຸກຂະແໜງການຜັນຂະຫຍາຍປະຕິບັດບັນດາມາດຕະການປ່ອຍເງິນລົງທຶນພາກລັດ, ແກ້ໄຂຈຸດອຸດຕັນເພື່ອພັດທະນາເສດຖະກິດ-ສັງຄົມ ຕັ້ງແຕ່ຕົ້ນປີ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕອນເຊົ້າວັນທີ 4 ກຸມພາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງຄະນະເລຂາທິການສູນກາງພັກ ເພື່ອຕີລາຄາວຽກງານຜັນຂະຫຍາຍປະຕິບັດຄໍາສັ່ງຂອງຄະນະເລຂາທິການວ່າດ້ວຍການຈັດຕັ້ງບຸນເຕັດ ປີມະເສັງ 2025; ຊີ້ນໍາບາງໜ້າທີ່ຈຸດສຸມຂອງສູນກາງ, ຄະນະພັກທຸກຂັ້ນໃນໄລຍະຈະມາເຖິງ.
ສະຫຼຸບກອງປະຊຸມ, ທ່ານ ໂຕເລິມ ເນັ້ນໜັກວ່າ ຕ້ອງຕີລາຄາສັງລວມກ່ຽວກັບຄວາມຕ້ອງການບໍລິໂພກ, ກໍາລັງຊື້ໃນໄລຍະບຸນເຕັດຂອງປະຊາຊົນ ເພື່ອໃຫ້ມີມາດຕະການບໍລິຫານຜະລິດ, ກໍານົດທິດຕະຫຼາດ, “ກະຕຸ້ນ” ການບໍລິໂພກຢູ່ພາຍໃນປະເທດ...
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່ຽວກັບໜ້າທີ່ຈຸດສຸມໃນຕໍ່ໜ້າ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ກະກຽມບັນດາເນື້ອໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນເດືອນກຸມພາ ຢ່າງຮອບຄອບຖີ່ຖ້ວນ, ໂດຍສະເພາະແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການສັບຊ້ອນກົງຈັກການຈັດຕັ້ງ ແລະແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບລະບອບລະບຽບການ; ຍູ້ແຮງການປະຕິບັດມະຕິວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະຫັນເປັນດີຈີຕອນແຫ່ງຊາດ; ຕັດສິນໃຈປະຕິບັດບັນດາແຜນນະໂຍບາຍ, ມາດຕະການປະຕິບັດເປົ້າໝາຍເຕີບໂຕ GDP ກວ່າ 8% ໃນປີນີ້ຢ່າງຂ້ຽວຂາດ, ສ້າງທ່າເພື່ອໃຫ້ເຕີບໂຕສອງຕົວເລກໃນໄລຍະ 2026-2030. ທຸກຂັ້ນ, ທຸກຂະແໜງການຜັນຂະຫຍາຍປະຕິບັດມາດຕະການປ່ອຍເງິນລົງທຶນພາກລັດ, ແກ້ໄຂຈຸດອຸດຕັນເພື່ອພັດທະນາເສດຖະກິດ-ສັງຄົມ ຕັ້ງແຕ່ຕົ້ນປີ.
ໂດຍ: ໄຊຊະນະ