ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ
ກປ.ອອນໄລ - ວັນທີ 3 ກຸມພາ, ຢູ່ນະຄອນຫຼວງ ມົດສະກູ, ສະຖານທູດຫວຽດນາມ ປະຈໍາ ສະຫະພັນ ລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.
ທີ່ພິທີ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ໄດ້ກ່າວເຖິງຄວາມໝາຍຂອງການສ້າງຕັ້ງພັກ ຫ່າງຈາກນີ້ 95 ປີ ແລະຫວນຄືນໄລຍະທາງແຫ່ງການຝຶກຝົນຫຼໍ່ຫຼອມ, ພັດທະນາ ແລະການນຳພາພາລະກິດປະຕິວັດອັນສະຫງ່າອົງອາດຂອງພັກກອມມູນິດຫວຽດນາມ. ນັບຕັ້ງແຕ່ຜົນສຳເລັດທຳອິດຂອງພັກ, ຍາມນັ້ນມີສະມາຊິກພັກພຽງແຕ່ 5.000 ຄົນ, ໄດ້ນຳພາປະຕິບັດເຮັດການປະຕິວັດເດືອນສິງຫາ ປີ 1945, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ມາຮອດປັດຈຸບັນ, ຈຳນວນສະມາຊິກພັກ ໄດ້ເພີ່ມຂຶ້ນ 5 ລ້ານຄົນໃນທົ່ວປະເທດ.
|
|
ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດຕົ້ນປີໃໝ່ ແລະສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກອັນສະຫງ່າອົງອາດ, ທ່ານເອກອັກຄະລັດຖະທູດ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການລະອຽດ ໃນການເຄື່ອນໄຫວຂອງບັນດາອົງການຕາງໜ້າຫວຽດນາມ ທີ່ປະຈໍາຢູ່ສະຫະພັນລັດເຊຍ, ລວມມີໜ້າທີ່ການທູດດ້ານການເມືອງ ແລະເພີ່ມທະວີການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ເພື່ອເປັນປະຖົມປັດໄຈໃຫ້ການຮ່ວມມືໃນຂົງເຂດອື່ນໆ; ພ້ອມກັນນັ້ນ, ສືບຕໍ່ຮັກສາບັນດາເສົາຄ້ຳສຳຄັນໃນໄລຍະ 75 ປີແຫ່ງການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ນ້ຳມັນອາຍແກັດ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ຍັງຖືວ່າ ຄວນຊອກຫາກຳລັງໜູນໃໝ່ໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະໃໝ່ ແລະຊຸກຍູ້ປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈໍາຖິ່ນໃຫ້ມີຄຸນນະພາບກ່ວາອີກ.
ໂດຍ: ທູຈາງ