ລະດູບານໃໝ່ວຽນມາ. ລະດູບານໃໝ່ປີນີ້ມີຄວາມໝາຍກວ່າ ເມື່ອທົ່ວພັກ, ທົ່ວປວງຊົນ, ທ່ົວກອງທັບເຮົາ ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930 / 3-2-2025) ເປັນຂີດໝາຍອັນສະຫງ່າລາສີເພື່ອໃຫ້ທົ່ວປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມຸ່ງໄປເຖິງອະນາຄົດທີ່ສົດໃສ.
ໃນຕະຫຼອດໄລຍະ 95 ປີຜ່ານມາ, ພັກກອມມູນິດຫວຽດນາມ ໂດຍແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ແມ່ນຂອງປະຊາຊົນຜູ້ອອກແຮງງານ ແລະຊົນຊາດຫວຽດນາມ ໄດ້ນຳພາປະເທດຊາດ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ ເພື່ອສ້າງໄຊຊະນະ, ຜົນສຳເລັດອັນຍິ່ງໃຫຍ່, ສ້າງຂີດໝາຍທີ່ພົ້ນເດັ່ນໃນປະຫວັດສາດອັນສະຫງ່າລາສີຂອງຊາດ.
ປີ 1930, ພັກກອມມູນິດຫວຽດນາມ ໄດ້ກຳເນີດເກີດຂຶ້ນໃນສະພາບປະຫວັດສາດພິເສດ ແລະດ້ວຍພາລະກໍາພິເສດ. ວັນທີ 3 ກຸມພາ ປີ 1930, ຢູ່ຮົງກົງ, ຈີນ, ພາຍໃຕ້ການເປັນປະທານຂອງສະຫາຍ ຫງວຽນອ໊າຍກວກ, ກອງປະຊຸມເຕົ້າໂຮມສາມອົງການຈັດຕັ້ງກອມມູນິດ ຢູ່ຫວຽດນາມ ໄດ້ຈັດຂຶ້ນ, ເປັນເອກະພາບສ້າງຕັ້ງພັກກອມມູນິດຫວຽດນາມ. ນີ້ແມ່ນການຕົກລົງທີ່ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ, ເຕົ້າໂຮມບັນດາອົງການຈັດຕັ້ງກອມມູນິດຫວຽດນາມ ເປັນກຳລັງດຽວ, ມີແນວທາງການປະຕິວັດທີ່ຈະແຈ້ງ ແລະເປັນເອກະພາບ. ເຫດການປະຫວັດສາດນີ້ໄດ້ສິ້ນສຸດວິກິດການດ້ານແນວທາງ ແລະການຈັດຕັ້ງຂອງການປະຕິວັດຫວຽດນາມ, ເປີດສັງກາດໃໝ່ໃນປະຫວັດສາດຂອງປະເທດຫວຽດນາມ - ສັງກາດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ.
ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ດ້ວຍແນວທາງທີ່ຖືກຕ້ອງ, ວິທີການເໝາະສົມ ແລະມີຫົວຄິດປະດິດສ້າງ, ດ້ວຍຄວາມສາມາດ ຈັດຕັ້ງຕົວຈິງ, ການຕໍ່ສູ້ອັນເດັດດ່ຽວ, ການເສຍສະຫຼະອັນພິລະອາດຫານຂອງພະນັກງານ, ສະມາຊິກພັກຫຼາຍລຸ້ນຄົນ ແລະ ດ້ວຍຄວາມເຊື່ອໝັ້ນ, ຮັກແພງຂອງປະຊາຊົນ, ການອຸ້ມຊູຊ່ວຍເຫຼືອ ແລະການປົກປ້ອງຢ່າງສຸດຈິດສຸດໃຈຂອງປະຊາຊົນ. ພັກກອມມູນິດຫວຽດນາມ ໄດ້ນຳພາປະເທດ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ມີຄວາມໝາຍປະຫວັດສາດ ແລະຍຸກສະໄໝ.
ໃນຮອບເວລາ 15 ປີແຫ່ງການກຳເນີດ, ພັກກອມມູນິດຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນຳພາການຕໍ່ສູ້ປົດປ່ອຍຊາດ, ສ້າງເປັນໄຊຊະນະຂອງການປະຕິວັດເດືອນສິງຫາ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 2 ກັນຍາ ປີ 1945, ລົບລ້າງລະບອບຫົວເມືອງຂຶ້ນເຄິ່ງສັກດິນາ ຢູ່ຫວຽດນາມ, ສ້າງໜ້າປະຫວັດສາດໃໝ່ຂອງຊາດ.
|
|
ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ຫງວຽນດັງ |
ພາຍຫຼັງຜົນສໍາເລັດຂອງການປະຕິວັດເດືອນສິງຫາ, ປະເທດຫວຽດນາມ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກລໍາບາກນາໆປະການ, ພັກ ໄດ້ນຳພາປະຊາຊົນເດັດດ່ຽວປົກປັກຮັກສາ ແລະສ້າງຕັ້ງອໍານາດການປົກຄອງທີ່ໜຸ່ມນ້ອຍຂຶ້ນ, ພ້ອມທັງຕັ້ງໜ້າກະກຽມທຸກດ້ານໃຫ້ແກ່ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ມາຮຸກຮານ. ດ້ວຍແນວທາງທີ່ຖືກຕ້ອງ, ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ, ພັກເຮົາ ໄດ້ນຳພາປະຊາຊົນ ຕີປະລາໄຊທຸກກົນອຸບາຍ, ແຜນການຮຸກຮານຂອງສັດຕູ ໃນ 9 ປີແຫ່ງການຕໍ່ສູ້ຢ່າງດຸເດືອດ ແລະພິລະອາດຫານ, ດ້ວຍຈຸດສູງແມ່ນໄຊຊະນະປະຫວັດສາດ ດ້ຽນບຽນຝູ.
ພາຍໃຕ້ການນຳພາຂອງພັກ ແລະ ປະທານໂຮ່ຈີມິນ, ດ້ວຍເຈດຈຳນົງ ແລະຄວາມຕັດສິນໃຈ, ປະຊາຊົນຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຍອມເສຍສະຫຼະ, ປະຕິບັດການຕໍ່ຕ້ານທີ່ຍິ່ງໃຫຍ່, ຕີປະລາໄຊບັນດາຍຸດທະສາດສົງຄາມຂອງຈັກກະພັດອາເມລິກາ, ປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ. ໃນຂະນະທີ່ປະຊາຊົນຫວຽດນາມ ກຳລັງແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກສົງຄາມປະໄວ້ຢ່າງຮີບດ່ວນນັ້ນ, ປະເທດຫວຽດນາມ ຍັງປະເຊີນໜ້າກັບສິ່ງທ້າທາຍໃໝ່. ພັກ ສືບຕໍ່ນຳພາທົ່ວກອງທັບ ແລະທ່ົວປວງຊົນ ທັງມານະພະຍາຍາມຟື້ນຟູເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ທັງເດັດດ່ຽວຕໍ່ສູ້ເພື່ອຮັກສາຜືນແຜ່ນດິນອັນສັກກາລະບູຊາຂອງປະເທດຊາດ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ພ້ອມກັນນັ້ນປະຕິບັດພັນທະສາກົນອັນສູງສົ່ງສໍາລັບປະຊາຊົນກຳປູເຈຍ.
ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ໃນການພັດທະນາປະເທດຊາດ, ເພື່ອແກ້ໄຂສິ່ງຄົງຄ້າງຂອງກົນໄກແຜນການລວມສູນ, ອາດຍາສິດ, ເກື້ອກູນທີ່ພາໄປເຖິງການເກີດວິກິດການດ້ານເສດຖະກິດ-ສັງຄົມໃນຊຸມປີຫຼັງສົງຄາມ, ພັກ ໄດ້ວາງອອກ ແລະປະຕິບັດແນວທາງປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, ສ້າງຂີດໝາຍທີ່ເປັນບາດລ້ຽວອັນສຳຄັນບົນເສັ້ນທາງຂ້າມຜ່ານກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ.
ພາຍຫຼັງເກືອບ 40 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່ ພາຍໃຕ້ການນຳພາຂອງພັກ, ປະເທດເຮົາ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດ. ບັນດາຜົນງານອັນໃຫຍ່ຫຼວງຂອງການປະຕິວັດຫວຽດນາມ ໃນຕະຫຼອດ 95 ປີຜ່ານມາແມ່ນມາຈາກຫຼາຍປັດໄຈ, ໃນນັ້ນມີການນຳພາທີ່ຖືກຕ້ອງ ແລະສະຫຼາດສ່ອງໃສຂອງພັກແມ່ນປັດໄຈຕັດສິນຊີ້ຂາດ, ພ້ອມກັບການເສຍສະຫຼະ, ການຕໍ່ສູ້, ການອອກແຮງງານຢ່າງມີຫົວຄິດປະດິດສ້າງຂອງທົ່ວປວງຊົນ, ທ່ົວກອງທັບ ພາຍໃຕ້ການນຳພາຂອງພັກ, ການໜູນຊ່ວຍ ແລະຊ່ວຍເຫຼືອຂອງເພື່ອນມິດສາກົນ.
ຫວນຄືນໄລຍະທາງ 95 ປີແຫ່ງການສ້າງຕັ້ງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວຂອງພັກກອມມູນິດຫວຽດນາມ, ພວກເຮົາສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ແລະອາໄລຫາປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ນັກວິລະຊົນປົດປ່ອຍຊາດ, ຜູ້ທີ່ໄດ້ເປີດເສັ້ນທາງປະຕິວັດ. ພວກເຮົາສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ບັນດາສະຫາຍການນຳບັນພະບູລຸດຂອງພັກ, ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ພີ່ນ້ອງຮ່ວມຊາດ, ສະຫາຍ ທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ ແລະຍອມເສຍສະຫຼະຊີວິດໃນພາລະກິດການປະຕິວັດອັນສະຫງ່າລາສີ, ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ, ເພື່ອຊີວິດການເປັນຢູ່ ທີ່ສະຫງົບສຸກ, ຄວາມຜາສຸກ ແລະຄວາມອີ່ມໜໍາສໍາລານຂອງປະຊາຊົນ.
ຫວນຄືນປະຫວັດສາດ, ມູນເຊື້ອອັນສະຫງ່າລາສີ ແລະເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງພັກ ໃນໄລຍະ 95 ປີຜ່ານມາ, ພວກເຮົາເຫັນໄດ້ຢ່າງຈະແຈ້ງເຖິງຄວາມຮັບຜິດຊອບຂອງການນຳ ແລະສະມາຊິກພັກລຸ້ນຕ່າງໆໃນຍຸກປະຈຸບັນ ໃນວິວັດທະນາການປະຫວັດສາດຂອງຊາດ. ພາລະກໍາຂອງພັກໃນປະຈຸບັນແມ່ນຕ້ອງນຳພາ ແລະນຳປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາ, ສັງກາດທີ່ຮັ່ງມີເຂັ້ມແຂງ, ສ້າງສາປະເທດຫວຽດນາມ ສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລໃຫ້ສຳເລັດ. ບຸລິມະສິດແຖວໜ້າແມ່ນປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດ ຮອດປີ 2030, ຫວຽດນາມ ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດສັງຄົມນິຍົມພັດທະນາ, ມີລາຍຮັບສູງ.
ເພື່ອສືບຕໍ່ປະຕິບັດໜ້າທີ່ຮັບຜິດຊອບນັ້ນຂອງປະຫວັດສາດ, ພັກ ຕ້ອງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຮັກສາທາດແທ້ປະຕິວັດ, ຍົກສູງກໍາລັງຄວາມສາມາດນຳພາ ແລະກໍາອໍານາດ, ກຳລັງແຮງສູ້ຮົບ ແລະມີຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ. ພັກ ຍາມໃດກໍ່ມີການປ່ຽນແປງດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ, ເສີມຂະຫຍາຍປະຊາທິປະໄຕພາຍໃນກຸ່ມ, ກໍ່ສ້າງຖັນແຖນພະນັກງານທີ່ເຂັ້ມແຂງ, ປອດໄສ, ຢຶດໝັ້ນຕໍ່ເປົ້າໝາຍ, ອຸດົມການຂອງລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິນ. ພ້ອມກັນນັ້ນ, ພັກຕ້ອງປັບປຸງທິດສະດີໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບວຽກງານແນວຄິດ, ສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາປະເທດຊາດພັດທະນາຢ່າງວ່ອງໄວ ແລະຍືນຍົງ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງພາລະກິດການປະຕິວັດ, ພິເສດແມ່ນໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະສິ່ງທ້າທາຍຈາກສະຖານະການໂລກ, ວຽກງານກໍ່ສ້າງພັກ ຕ້ອງໄດ້ຮັບຄວາມເອົາໃຈໃສ່, ປ່ຽນແປງໃໝ່ ແລະ ປະຕິບັດຢ່າງຂ້ຽວຂາດກວ່າອີກ, ສຸມໃສ່ກຸ່ມບັນຫາຕົ້ນຕໍຄືດັ່ງນີ້:
ທີໜຶ່ງ, ສືບຕໍ່ຢຶດໝັ້ນຕໍ່ເປົ້າໝາຍ ແລະອຸດົມການຂອງພັກ. ທີສອງ, ປັບປຸງລະບົບທິດສະດີຂອງພັກ ໃຫ້ສົມບູນຢ່າງບໍ່ຢຸດຢັ້ງ. ທີສາມ, ສືບຕໍ່ກໍ່ສ້າງ ແລະປັບປຸງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ທີສີ່, ຕັດສິນໃຈປັບປຸງກົງຈັກການຈັດຕັ້ງ, ລະບົບການເມືອງຕາມທິດກະທັດຮັດ, ເຄື່ອນໄຫວໃຫ້ມີປະສິດທິພາບ, ປະສິດທິຜົນ. ທີຫ້າ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຫຼັກແຫຼ່ງທຸກຂັ້ນ. ທີຫົກ, ເພີ່ມທະວີວຽກງານໝູນໃຊ້ວິທະຍາສາດ-ເຕັກໂນໂລຢີ ແລະການຫັນເປັນດີຈີຕອນເຂົ້າໃນວຽກງານກໍ່ສ້າງພັກ. ທີເຈັດ, ໜ້າທີ່ວຽກງານຈຸດສຸມ ແລະຮີບດ່ວນໃນປີ 2025 ຂອງຄະນະພັກທຸກຂັ້ນ, ແຕ່ລະໜ່ວຍພັກ, ສະມາຊິກພັກແຕ່ລະຄົນ ແມ່ນຕ້ອງສຸມກຳລັງເຫື່ອແຮງ, ສະຕິປັນຍາ ພ້ອມກັບປະຊາຊົນສູ້ຊົນປະຕິບັດໃຫ້ສຳເລັດ ແລະລື່ນກາຍຄາດໝາຍທີ່ໄດ້ວາງອອກໃນມະຕິຂອງຄະນະພັກທຸກຂັ້ນ; ຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIV ຂອງພັກ.
ຫວນຄືນ 95 ປີແຫ່ງການສ້າງຕັ້ງ ແລະເຕີບໃຫຍ່ຂະຫຍາຍຕົວຂອງພັກ, ພວກເຮົາ ມີຄວາມເອກອ້າງທະນົງໃຈ ແລະມີຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງພັກ ແລະຂອງຊາດ. ປີ 1945, ເມື່ອນຳພາທົ່ວປວງຊົນດໍາເນີນການປະຕິວັດເດືອນສິງຫາ ສຳເລັດຜົນ, ພັກເຮົາ ມີສະມາຊິກພັກພຽງເກືອບ 5.000 ຄົນ, ແຕ່ດ້ວຍແນວທາງທີ່ຖືກຕ້ອງ, ມີຈິດໃຈເດັດດ່ຽວ, ນໍ້າໃຈຮັກຊາດ, ພັກໄດ້ນຳພາປະຊາຊົນຍາດໄດ້ໄຊຊະນະອັນສະຫງ່າລາສີ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຮອດປີ 1960, ເມື່ອປະເທດກ້າວເຂົ້າສູ່ໄລຍະຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ, ຈຳນວນສະມາຊິກພັກ ໄດ້ເພີ່ມຂຶ້ນປະມານ 500.000 ຄົນ, ກາຍເປັນຫຼັກແຫຼ່ງແກ່ນສານນໍາພາທົ່ວປວງຊົນທັງຊາດ ຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ. ປະຈຸບັນ, ດ້ວຍຈຳນວນສະມາຊິກພັກ 5,4 ລ້ານກວ່າຄົນ, ກຳລັງຂອງພວກເຮົາ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງທັງດ້ານຈໍານວນ ແລະຄຸນນະພາບ, ສາມາດແບກຫາບໜ້າທີ່ຮັບຜິດຊອບເພື່ອນໍາປະເທດກ້າວຂຶ້ນໃນຍຸກໃໝ່. ສະມາຊິກພັກແຕ່ລະຄົນ ແມ່ນສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈ, ສະຕິປັນຍາ ແລະເຈດຈໍານົງສາມັກຄີຂອງທົ່ວປວງຊົນທັງຊາດ. ພັກກອມມູນິດຫວຽດນາມ, ໂດຍພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ແລະແນວຄິດ ໂຮ່ຈິມິນ, ຈະສືບຕໍ່ປະຕິບັດສໍາເລັດພາລະກໍາປະຫວັດສາດຂອງຕົນ. ດ້ວຍຄວາມເຊື່ອໝັ້ນຕໍ່ກຳລັງແຮງຂອງພັກ ແລະ ຄວາມສາມັກຄີຂອງທົ່ວປວງຊົນທັງຊາດ, ພວກເຮົາ ສາມາດຢັ້ງຢືນວ່າ: ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບເຮົາ ຈະສາມັກຄີເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ນຳປະເທດພັດທະນາຢ່າງວ່ອງໄວ ແລະຍືນຍົງໃນສັງກາດໃໝ່, ສ້າງອະນາຄົດອັນຮຸ່ງເຮືອງເຫຼືອງເຫຼື້ອມ ໃຫ້ຊົນຊາດຫວຽດນາມ.
ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ