ໃນຕະຫຼອດໄລຍະ 95 ປີຜ່ານມາ, ພັກກອມມູນິດຫວຽດນາມ ໂດຍແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະຊົນຊາດຫວຽດນາມ ໄດ້ນຳພາປະເທດຊາດຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ ເພື່ອສ້າງຂຶ້ນໄຊຊະນະ, ຜົນສຳເລັດອັນຍິ່ງໃຫຍ່, ສ້າງຂີດໝາຍທີ່ພົ້ນເດັ່ນໃນປະຫວັດສາດອັນສະຫງ່າລາສີຂອງຊາດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ພາບ: ຫງວຽນດັງ

ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກຄືດັ່ງກ່າວໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ ຟົດຟື້ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 -03/02/2025). ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຄວາມຈິງໄດ້ຢັ້ງຢືນວ່າ: ຢູ່ ຫວຽດນາມ, ບໍ່ມີກຳລັງການເມືອງໃດນອກຈາກ ພັກກອມມູນິດຫວຽດນາມ ມີຄວາມສາມາດຢ່າງພຽງພໍ, ມີຄຸນວຸດທີ, ພູມປັນຍາ, ບົດຮຽນປະສົບການ ແລະ ອິດທິພົນຊື່ສຽງເພື່ອຊີ້ນຳນຳພາປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາລະກິດແຫ່ງການປະຕິວັດຂອງຫວຽດນາມ ຍາດໄດ້ຫຼາຍໄຊຊະນະທີ່ນັບມື້ນັບໃຫຍ່ກ່ວາ.

ເພື່ອສືບຕໍ່ບົດບາດຄວາມຮັບຜິດຊອບນັ້ນຂອງປະຫວັດສາດ, ພັກ ຕ້ອງພັດທະນາໃຫຍ່ໂຕເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັກສາຄຸນທາດປະຕິວັດ, ຍົກສູງຄວາມສາມາດໃນການຊີ້ນຳນຳພາ, ກຳອຳນາດ, ກຳລັງຕໍ່ສູ້ ແລະ ມີຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ. ພັກ ຍາມໃດກໍ່ມີຄວາມປ່ຽນແປງດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ, ເສີມຂະຫຍາຍປະຊາທິປະໄຕພາຍໃນກຸ່ມ, ກໍ່ສ້າງຖັນແຖວພະນັກງານທີ່ເຂັ້ມແຂງ, ປອດໄສ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການຂອງລັດທິມາກ-ເລນິນ, ແນວຄິດປະທານໂຮ່ຈີມິນ.

ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ປັດຈຸບັນດ້ວຍສະມາຊິກພັກກ່ວາ 5,4 ລ້ານຄົນ, ພັກກອມມູນິດຫວຽດນາມ ມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດຄວາມຮັບຜິດຊອບນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ