ເຂົ້າຮ່ວມລາຍການຍັງມີບັນດາສະຫາຍພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນ ປະເທດ; ບັນດາສະຫາຍກຳມະການສູນກາງພັກ: ທ່ານ ໂຮ່ດຶກເຟືອກ, ຮອງນາຍົກລັດຖະມົນຕີ; ເລແຄ໊ງຫາຍ, ຫົວໜ້າຫ້ອງວ່າການປະທານປະເທດ; ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ; ທ່ານ ຢາງປ໊າວໝີ, ເລຂາພັກແຂວງລາຍເຈົາ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານພົນເອກ ຟານວັນຢາງ ກັບຜູ້ແທນເຂົ້າຮ່ວມລາຍການ. ພາບ: ສຳນັກຂ່າວສານຫວຽດນາມ

ກ່າວປາໄສທີ່ພິທີເປີດລາຍການ, ທ່ານພົນຕີ ຫງວຽນແອັງຕ໊ວນ, ຫົວໜ້າການເມືອງທະຫາຍຊາຍແດນ ໃຫ້ຮູ້ວ່າ: ໃນຊຸມວັນນີ້ຂອງທຸກປີ, ປະຊາຊົນບັນດາເຜົ່າສ່ວນນ້ອຍຢູ່ທຸກເຂດຊາຍແດນຂອງປະເທດ ຈະຕ້ອນຮັບພະນັກງານ, ນັກຮົບທະຫານຊາຍແດນ ມາຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ. ຕ້ອນຮັບລະດູບານໃໝ່ປີນີ້, ໂດຍຊາບຊຶມ ການຊີ້ນຳນຳພາຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງບຸນປີໃໝ່ປະຈຳຊາດ ປີ 2025, ຄະນະພັກ, ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນຳບັນດາກົມກອງເປັນເຈົ້າການຂຶ້ນແຜນການ, ເຮັດວຽກງານກະກຽມເປັນຢ່າງດີ, ຈັດຕັ້ງຫຼາຍພັນໜ່ວຍປະຕິບັດງານລົງທ້ອງຖິ່ນປະສານສົມທົບກັບຄະນະພັກ, ອຳນາດການປົກຄອງບັນດາທ້ອງຖິ່ນຈັດຕັ້ງໃຫ້ທະຫານ ແລະປະຊາຊົນຕ້ອນຮັບປີໃໝ່, ລະດູບານໃໝ່ຢ່າງເບີກບານມ່ວນຊື່ນ ແລະຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາບ້ານຊາຍແດນ. ປີນີ້, ແມ່ນ 10 ປີທີ່ລາຍການໄດ້ຈັດຕັ້ງຢ່າງມີປະສິດທິຜົນ, ມີຄວາມໝາຍຢູ່ທຸກແຖບຖິ່ນເຂດຊາຍແດນ, ໝູ່ເກາະ, ກາຍເປັນໜຶ່ງໃນບັນດາກິດຈະກຳຮັບປະກັນຊີວິດສັງຄົມທີ່ມີປະສິດທິຜົນທີ່ສຸດ, ແທດຈິງທີ່ສຸດຂອງກອງທັບ, ປະກອບສ່ວນເບິ່ງແຍງດູແລ ບຸນເຕັດ ໃຫ້ຜູ້ທຸກຍາກ, ນຳມາເຊິ່ງຄວາມເບີກບານມ່ວນຊື່ນ, ບັນຍາກາດມ່ວນຊື່ນໃຫ້ປະຊາຊົນເຂດຊາຍແດນ, ທະເລ, ໝູ່ເກາະ. ຜ່ານນັ້ນແຜ່ຂະຫຍາຍກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດ, ຢັ້ງຢືນຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດຫວຽດນາມ ແມ່ນຄວາມເມດຕາ, ນ້ຳໃຈຮັກແພງ; ແມ່ນຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່, ສ້າງຄວາມເຊື່ອໝັ້ນ, ເຈດຈຳນົງ, ຄວາມຕັດສິນໃຈຂອງທະຫານ ແລະປະຊາຊົນໃນການສ້າງສາ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົມຖ້ວນຂອງປະເທດຊາດ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ.

leftcenterrightdel
ລາຍການສະແດງສິລະປະ. ພາບ: ຫງວຽນຕ໊ວນ

ລາຍການໄດ້ຈັດຂຶ້ນດ້ວຍການພົບປະແລກປ່ຽນຢ່າງຕື້ນຕັນໃຈກ່ຽວກັບນ້ຳໃຈທະຫານ ແລະປະຊາຊົນ, ເຮັດໃຫ້ສັນຍາລັກກ່ຽວກັບກອງທັບປະຕິວັດ, ທີ່ກຳເນີດຈາກປະຊາຊົນ, ເພື່ອປະຊາຊົນຕໍ່ສູ້ໂດດເດັ່ນຂຶ້ນຕື່ມ. ພ້ອມກັນນັ້ນແມ່ນບັນດາລາຍການວັດທະນະທຳສິລະປະທີ່ເປັນເອກະລັກສະເພາະຍ້ອງຍໍຄວາມງາມຂອງເຂດຊາຍແດນ ໃຫຍ່ໂຕມະໂຫຖານ.

ເນື່ອງໃນໂອກາດນີ້, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ມອບ “ເຮືອນແຫ່ງຄວາມອົບອຸ່ນ” ຈຳນວນ 200 ຫຼັງທີ່ມີມູນຄ່າ 10 ຕື້ດົ່ງ ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນແຂວງລາຍເຈົາ ແລະມອບຂອງຂວັນຈຳນວນ 11 ພູດໃຫ້ແກ່ຄອບຄົວນະໂຍບາຍ.

ກໍ່ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ມອບ “ເຮືອນແຫ່ງຄວາມອົບອຸ່ນ” ຈຳນວນ 200 ຫຼັງທີ່ມີມູນຄ່າ 10 ຕື້ດົ່ງ ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນແຂວງລາຍເຈົາ ແລະມອບຂອງຂວັນຫຼາຍພູດຂອງກະຊວງປ້ອງກັນປະເທດ ໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຂອງເມືອງຊິນໂຮ່.

ໂດຍ: ແສງເດືອນ