ທ່ານ ໂຕເລີມ ເລຂາທິການໃຫຍ່ ພົບປະສັງສັນກັບອະດີດການນຳພັກ, ລັດ, ພະນັກງານອາວຸໂສ, ນັກປັນຍາຊົນ, ນັກສິລະປິນພາກໃຕ້
ກປ.ອອນໄລ - ຕອນເຊົ້າວັນທີ 9 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ໂຕເລີມ ເລຂາທິການໃຫຍ່ ເປັນປະທານການພົບປະສັງສັນອະດີດການນຳພັກ, ລັດ, ພະນັກງານອາວຸໂສຜູ້ດີເດັ່ນ, ນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນບັນດາແຂວງ, ນະຄອນຢູ່ພາກໃຕ້.
ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ໂຕເລີມ ເລຂາທິການໃຫຍ່ ອວຍພອນບັນດາສະຫາຍອະດີດການນຳພ້ອມດ້ວຍຄອບຄົວປີໃໝ່ມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສືບຕໍ່ປະກອບຄຳເຫັນ ແລະສະຕິປັນຍາຢ່າງສຸດອົກສຸດໃຈໃຫ້ແກ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະປະຊາຊົນຫວຽດນາມ.
|
|
ທ່ານ ໂຕເລີມ ເລຂາທິການໃຫຍ່ພົບປະຜູ້ແທນ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານເລຂາທິການຢັ້ງຢືນວ່າ ໃນບັນດາຜົນງານພົ້ນເດັ່ນມີການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາສະຫາຍອະດີດການນຳ, ນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນທີ່ໄດ້ອຸທິດສະຕິປັນຍາ ແລະບົດຮຽນອັນລ້ຳຄ່າປະກອບສ່ວນວາງນະໂຍບາບ, ຍົກອອກທິດທາງ, ມາດຕະການບຸກທະລຸໃນທຸກຂົງເຂດ... ປີ 2025 ແມ່ນປີທີ່ສຳຄັນສຳລັບປະເທດ, ສູນກາງພັກ ໄດ້ເຫັນດີເປັນເອກະພາບຢ່າງສູງໃນການກຳນົດຄວາມຮັບຮູ້ພື້ນຖານກ່ຽວກັບສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ, ພາຍໃຕ້ການນຳພາຂອງພັກ, ກໍ່ສ້າງປະເທດຫວຽດນາມ ສັງຄົມນິຍົມປະສົບຜົນສຳເລັດ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະສິວິໄລ. ໃນໄລຍະຈະມາເຖິງພວກເຮົາບຸລິມະສິດແຖວໜ້າເຖິງການປະຕິບັດບັນດາເປົ້າໝາຍຍຸດທະສາດເຖິງປີ 2030 ຢ່າງມີໄຊ, ຫວຽດນາມ ກາຍເປັນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ເຖິງປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ເພາະສະນັ້ນ, ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນສາມັກຄີເຫັນດີເປັນເອກະພາບ, ຮ່ວມແຮງຮ່ວມໃຈ, ຍາດແຍ່ງກາລະໂອກາດ, ຄວາມສະດວກ, ຍູ້ຄວາມສ່ຽງ, ສິ່ງທ້າທາຍໃຫ້ຖອຍໄປເພື່ອນຳປະເທດພັດທະນາຮອບດ້ານ, ແຂງແຮງ, ບຸກທະລຸ.
ທ່ານເລຂາທິການໃຫຍ່ ປາດຖະໜາຢາກໃຫ້ບັນດານັກສິລະປິນສືບຕໍ່ປະກອບສ່ວນ, ອຸທິດສ່ວນຫຼາຍກວ່າອີກ, ດ້ວຍການປະດິດບັນດາບົດປະພັນທີ່ມີຄຸນຄ່າໃຫຍ່ດ້ານແນວຄິດ, ສິລະປະ, ເຊີດຊູຄຸນຄ່າສັດຈະທຳ, ສະໜິດສະໜົມ, ຄວາມງາມ, ຮັບໃຊ້ປະຊາຊົນ, ຮັບໃຊ້ພາລະກິດປະຕິວັດຂອງພັກ ແລະຊາດ...
ໂດຍ: ແສງເດືອນ