ໂດຍລາຍລະອຽດ, ດ້ວຍ 440/440 ສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມການລົງຄະແນນສຽງເຫັນດີ (ເທົ່າກັບ 91,67% ຈໍານວນສະມາຊິກສະພາແຫ່ງຊາດທັງໝົດ), ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິ ວ່າດ້ວຍການເລືອກຕັ້ງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026 ສໍາລັບ ສະຫາຍ ເລືອງເກື່ອງ.

ມະຕິ ມີຜົນສັກສິດນັບແຕ່ວັນສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາ (ມື້ນີ້, ວັນທີ 21 ຕຸລາ 2024).

ພາຍຫຼັງໄດ້ຮັບການເລືອກຕັ້ງແລ້ວ, ສະຫາຍ ເລືອງເກື່ອງ ປະທານປະເທດ ຄົນໃໝ່ ໄດ້ສາບານຕົວເຂົ້າຮັບຕຳແໜ່ງຕາມຂໍ້ກຳນົດ.

leftcenterrightdel
ສະຫາຍ ເລືອງເກື່ອງ ສາບານຕົວເຂົ້າຮັບຕໍາແໜ່ງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ພາບ: qdnd.vn

ພາຍໃຕ້ທຸງສີແດງອັນສັກສິດປະດັບດ້ວຍດາວສີເຫຼືອງຂອງປະເທດຊາດ, ຕໍ່ສະພາແຫ່ງຊາດ, ຕໍ່ພີ່ນ້ອງຮ່ວມຊາດ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສາບານຕົວວ່າ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທຳມະນູນແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ມານະພະຍາຍາມສູ້ຊົນເຮັດໃຫ້ສຳເລັດໜ້າທີ່ ທີ່ ພັກ, ລັດ ແລະປະຊາຊົນ ໄດ້ມອບໝາຍໃຫ້.

ກ່າວຄໍາເຫັນຮັບຕໍາແໜ່ງ, ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ຕົນເອງ ຮູ້ສຶກສະເທືອນໃຈ, ຮູ້ສຶກເປັນກຽດ ແລະເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະປະຊາຊົນ ເມື່ອ ສະພາແຫ່ງຊາດ ເຊື່ອໝັ້ນ, ໄວ້ວາງໃຈເລືອກ ສະຫາຍ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

leftcenterrightdel
ສະຫາຍ ເລືອງເກື່ອງ ສາບານຕົວຕໍ່ສະພາແຫ່ງຊາດ, ຕໍ່ພີ່ນ້ອງຮ່ວມຊາດ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ. ພາບ: qdnd.vn

ທ່ານປະທານປະເທດ ເລືອງເກື່ອງ ຂໍສະແດງຄວາມຂອບອົກຂອບໃຈມາຍັງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ສະຫາຍເລຂາທິການໃຫຍ່ ໂຕເລິມ ແລະບັນດາສະຫາຍການນໍາພັກ, ລັດ ທີ່ໄດ້ເຊື່ອຖື, ແນະນໍາ ສະຫາຍ ໃຫ້ດໍາລົງຕໍາແໜ່ງອັນສູງສົ່ງນີ້; ສະແດງຄວາມເຄົາລົບນັບຖື ແລະຮູ້ບຸນຄຸນອັນລົ້ນເຫຼືອ ຕໍ່ປະທານ ໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກ; ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ຄຸນງາມຄວາມດີຂອງບັນພະບຸລຸດ, ບັນດາສະຫາຍພະນັກງານອາວຸໂສປະຕິວັດ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພີ່ນ້ອງຮ່ວມຊາດ, ສະຫາຍ ແລະປະຊາຊົນທົ່ວປະເທດ ທີ່ໄດ້ມານະພະຍາຍາມສູ້ຊົນ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດ ແລະເສຍສະຫຼະຊີວິດ ເພື່ອໃຫ້ປະເທດເຮົາ ມີພາລະກິດທີ່ໃຫຍ່ຫຼວງ, ກໍາລັງບົ່ມຊ້ອນ, ອິດທິພົນຊື່ສຽງ ແລະຖານະທີ່ຕັ້ງສາກົນ ຄືໃນປັດຈຸບັນ.

ສະຫາຍ ເລືອງເກື່ອງ ໃຫ້ຮູ້ວ່າ ເດືອນ ກຸມພາ ປີ 1975 ໃນບັນຍາກາດອັນສະຫງ່າລາສີຂອງທົ່ວປະເທດ ມຸ່ງໄປເຖິງພາກໃຕ້ທີ່ຮັກແພງ, ສະຫາຍ ໄດ້ສະໝັກໃຈເຂົ້າເປັນທະຫານ, ດ້ວຍຄວາມຄິດວ່າ: ໄປສູ້ຮົບເພື່ອປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະລໍຖ້າຮອດມື້ໄຊຊະນະ ຍັງມີຊີວິດຢູ່ ກັບຄືນບ້ານເກີດເມືອງນອນ ແມ່ນສະໜຸກສະໜານ, ແມ່ນມີຄວາມຜາສຸກແລ້ວ; ຫາກບໍ່ຄິດ, ບໍ່ຝັນເຮັດເຖິງລະດັບນີ້, ຕໍາແໜ່ງນັ້ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ໋ວັນຈ໊ຽນ ພ້ອມກັບບັນດາສະຫາຍຮອງປະທານສະພາແຫ່ງຊາດ ມອບຊໍ່ດອກໄມ້ ອວຍພອນທ່ານເລຂາທິການໃຫຍ່ ໂຕເລິມ ແລະປະທານປະເທດ ເລືອງເກື່ອງ. ພາບ: qdnd.vn

ມາຮອດປັດຈຸບັນ, ເວລາເກືອບ 50 ປີທີ່ຮັບໃຊ້ການປະຕິວັດ, ສະຫາຍ ໄດ້ຜ່ານຫຼາຍຖານະຕໍາແໜ່ງ, ໄດ້ຮັບການຝຶກຝົນຫຼໍ່ຫຼອມ, ທົດສອບໃນການຕໍ່ສູ້ປົກປັກຮັກສາປະເທດຊາດ; ເຕີບໃຫຍ່ຂະຫຍາຍຕົວຈາກນັກຮົບຈົນເຖິງພະນັກງານການນໍາຂັ້ນສູງຂອງພັກ. ເຖິງວ່າ ຢູ່ໃນຖານະຕໍາແໜ່ງໃດກໍຕາມ, ໄດ້ຮັບມອບໝາຍໜ້າທີ່ໃດ, ສະຫາຍ ຍາມໃດກໍຢຶດໝັ້ນ, ມີຄວາມໝັ້ນແກ່ນດ້ານການເມືອງຢູ່ສະເໝີ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ຕັ້ງໜ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຮັກສາຄຸນສົມບັດສິນທໍາ, ແບບແຜນການດໍາລົງຊີວິດ ແລະຍົກສູງກໍາລັງຄວາມສາມາດປະຕິບັດງານ; ສຸມຈິດສຸມໃຈສູ້ຊົນ ເພື່ອປະຕິບັດສໍາເລັດທຸກໜ້າທີ່ ທີ່ ພັກ, ລັດ, ກອງທັບ ແລະປະຊາຊົນ ມອບໝາຍໃຫ້.

ສະຫາຍ ເລືອງເກື່ອງ ເກີດວັນທີ 15 ສິງຫາ 1957; ບ້ານເກີດ: ຕາແສງ ຢຶວເລົາ, ນະຄອນ ຫວຽດຈີ່, ແຂວງຝູເຖາະ.

ສະຫາຍ ເລືອງເກື່ອງ ເປັນກໍາມະການສູນກາງພັກ ຊຸດທີ XI, XII, XIII; ເລຂາທິການສູນກາງພັກ ຊຸດທີ XII; ກໍາມະການກົມການເມືອງ ຊຸດທີ XIII; ຜູ້ປະຈໍາການຄະນະເລຂາທິການ ຊຸດທີ XIII; ສະມາຊິກສະພາແຫ່ງຊາດ ຊຸດທີ XV. 

ລະດັບທິດສະດີ: ຊັ້ນສູງ; ລະດັບວິຊາສະເພາະ: ປະລິນຍາຕີກໍ່ສ້າງພັກ ແລະການປົກຄອງລັດ.

ໃນວັນທີ 16 ພຶດສະພາ 2024, ທີ່ກອງປະຊຸມ ຄັ້ງທີ 9 ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ກົມການເມືອງ ລາຍງານຄະນະບໍລິຫານງານສູນກາງພັກ ກ່ຽວກັບເລື່ອງກົມການເມືອງ ໄດ້ຕົກລົງແຕ່ງຕັ້ງສະຫາຍ ເລືອງເກື່ອງ ເຂົ້າຮ່ວມຄະນະເລຂາທິການ ແລະດໍາລົງຕໍາແໜ່ງເປັນຜູ້ປະຈໍາການຄະນະເລຂາທິການ.

ກ່ອນໜ້ານັ້ນ, ສະຫາຍ ເລືອງເກື່ອງ ເຄີຍເປັນຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ຊັ້ນພົນເອກ.

ສະຫາຍ ເລືອງເກື່ອງ ໄດ້ດໍາລົງຕໍາແໜ່ງຕ່າງໆໃນກອງທັບ ຄື: ຫົວໜ້າການເມືອງ ກອງພົນໃຫຍ່ທີ 2, ຫົວໜ້າການເມືອງ ທະຫານເຂດ 3, ຮອງຫົວໜ້າກົມໃຫຍ່ການເມືອງ ແລະຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

ໂດຍ: ໄຊຊະນະ