ທ່ານ ໂຕເລິມເລຂາທິການໃຫຍ່, ປະທານປະເທດຫວຽດນາມເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນຳກອງປະຊຸມ. ນະທີ່ນີ້ທ່ານສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາພະນັກງານ, ສະມາຊິກພັກສືບຕໍ່ເຊື່ອມຊຶມ, ໂຄສະນາຢ່າງກວ້າງຂວາງ ແລະ ລົງເລິກມະຕິ ກອງປະຊຸມສູນກາງພັກ ຄັ້ງທີ 10 ໃນຄະນະພັກທຸກຂັ້ນ, ໃນທົ່ວພັກ ແລະລະບົບການເມືອງໃຫ້ຫຼາຍກວ່າອີກ, ສຸມໃສ່ຊີ້ແຈ້ງ, ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະປະຊາຊົນມີຄວາມເຂົ້າໃຈແຈ້ງກ່ຽວກັບບັນດາທັດສະນະຊີ້ນຳຫຼັກແຫຼ່ງຂອງມະຕິກອງປະຊຸມສູນກາງພັກ ຄັ້ງທີ 10, ສ້າງຄວາມເຫັນດີເຫັນພ້ອມ ແລະຄວາມເປັນເອກະພາບຢ່າງສູງໃນພັກ ແລະ ສັງຄົມ.

leftcenterrightdel
ທ່ານ​ ໂຕເລິມ ເລຂາທິການ​ໃຫຍ່, ປະທານ​ປະ​ເທດຫວຽດນາມ. ພາບ: vov.vn

ກ່ຽວ​ກັບ​ການ​ກະກຽມ​ຮ່າງ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລິມ ​ເນັ້ນ​ໜັກ​ວ່າ ບັນດາ​ເອກະສານ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຕ້ອງສະແດງໃຫ້ເຫັນລະດັບ​ທິດ​ສະ​ດີ ​ແລະສະຕິ​ປັນຍາ​ຂອງ​ທົ່ວ​ພັກ, ສະ​ແດງ​ໃຫ້​ເຫັນກົດເກນພາວະວິໄສ, ທ່າ​ອ່ຽງການ​ຜັນແປ​ໃໝ່​ຂອງ​ພັກ ແລະສະພາບຕົວຈິງຂອງປະເທດ; ສ່ອງແສງເຖິງວິວັດການສືບທອດ, ສືບຕໍ່ ແລະ ພັດທະນາບັນດາຄຸນຄ່າອັນດີງາມຂອງອະດີດຕະການ, ປະຈຸບັນ, ອະນາຄົດ, ຕ້ອງກໍາແໜ້ນ 3 ຈິດໃຈຫຼັກໝັ້ນຄື: ທີ 1 ແມ່ນຄວາມມຸ່ງມາດປາດຖະໜາບືນຂື້ນຂອງຊາດຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ຄືບ​ໜ້າ​ລວມຂອງ​ການ​ປະຕິວັດ​ໂລກ; ທີສອງ, ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແມ່ນເຫດການການເມືອງທີ່ສຳຄັນ - ກອງປະຊຸມໃຫຍ່ ຊຸກຍູ້ວິວັດການກະກຽມຢ່າງຮອບດ້ານ ເພື່ອນຳຊົນຊາດຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ກ້າວກະໂດດໃນທຸກດ້ານ; ທີ​ສາມ​ແມ່ນ​ຈິດ​ໃຈ​ເລັ່ງ​ລັດ, ບຸກທະລຸ, ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ.

ໂດຍ: ກວຽດເຕິມ