ກ່າວຄໍາເຫັນທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ສົ່ງພອນໄຊອັນປະເສີດທີ່ສຸດເຖິງພະນັກງານ, ພາລະກອນ, ລັດຖະກອນ, ຄູອາຈານ, ສໍາມະນາກອນຂອງສະຖາບັນ, ພະນັກງານສະຫະພັນແມ່ຍິງຫວຽດນາມ ແລະແມ່ຍິງຫວຽດນາມ ທົ່ວປະເທດທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງມູນເຊື້ອອັນດີງາມ, ສະຫງ່າງາມຂອງແມ່ຍິງຫວຽດນາມ ທີ່ຍາມໃດກໍ່ສະມັກຄີ, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ທັງເປັນແນວຫຼັງທີ່ໝັ້ນຄົງເຂັ້ມແຂງ, ເບິ່ງແຍງດູແລຊີວິດຂອງແຕ່ລະຄອບຄົວ, ທັງຊຸກຍູ້ການພັດທະນາຂອງປະຊາຄົມ, ສັງຄົມ, ທັງຕັ້ງໜ້າເຂົ້າຮ່ວມການສ້າງສາ, ປົກປັກຮັກສາ, ພັດທະນາປະເທດໃຫ້ໄວ ແລະຍືນຍົງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ອວຍພອນ, ລະດົມກໍາລັງໃຈພະນັກງານ, ຄູອາຈານ, ນັກສຶກສາສະຖາບັນແມ່ຍິງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ປາດຖາໜາຢາກໃຫ້ນັກສຶກສາ, ສໍາມະນາກອນຂອງສະຖາບັນເສີມຂະຫຍາຍບົດບາດເປັນໃຈກາງ, ແມ່ນເຈົ້າກຳ; ສົມເປັນເຈົ້າຂອງອະນາຄົດຂອງປະເທດ; ມານະພະຍາຍາມບືນຕົວຂຶ້ນ, ຝຶກຝົນຫຼໍ່ຫຼອມ, ສູ້ຊົນຢ່າງງບ່ໍຢຸດຢັ້ງເພື່ອປະກອບສ່ວນເຂົ້າໃນພາລະກິດພັດທະນາແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍເວົ້າສະເພາະ ແລະການພັດທະນາປະເທດຊາດເວົ້າລວມ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ສະຫະພັນແມ່ຍິງຫວຽດນາມ ແລະນະຄອນຮ່າໂນ້ຍ ສືບຕໍ່ແນະນໍາ, ຈັດແຫຼ່ງກໍາລັງລົງທຶນພື້ນຖານດ້ານວັດຖຸເພື່ອໃຫ້ສະຖາບັນຕອບສະໜອງບັນດາເງື່ອນໄຂ, ມາດຕະຖານຂອງຮາກຖານສຶກສາ, ມະຫາວິທະຍາໄລບໍາລຸງພະນັກງານ, ພາລະກອນ, ລັດຖະກອນ, ໃຫ້ສົມກັບໜ້າທີ່ຂອງສະຖາບັນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະການນໍາສະຫະພັນແມ່ຍິງຫວຽດນາມ ກັບຄູອາຈານ, ນັກສຶກສາສະຖາບັນແມ່ຍິງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ, ມູນເຊື້ອອັນສະຫງ່າລາສີ, ຄຸນທາດອັນດີງາມ, ຄວາມເມດຕາ, ເກັ່ງວຽກເຮືອນ, ຂະຫຍັນຂັນເຄື່ອນ, ປະດິດສ້າງ ແລະຈິດໃຈປະກອບສ່ວນ, ອຸທິດສ່ວນຂອງແມ່ຍິງຫວຽດນາມ ຈະໄດ້ຮັບການສຶບທອດບຳລຸງລ້ຽງດຸ ແລະພັດທະນາຢ່າງບໍ່ຢຸດຢັ້ງ; ມູນເຊື້ອ, ຄຸນທາດອັນດີງາມນັ້ນ ແມ່ນການລວບລວມທັງປັນຍາ, ຄຸນນະທາດ, ການເສຍສະຫຼະເພື່ອຄວາມຮັກແພງ, ຄວາມຜາສຸກໃຫ້ແຕ່ລະຄອບຄົວ, ປະຊາຄົມ ແລະປະກອບສ່ວນໃຫ້ສັງຄົມ, ໃຫ້ປະເທດຊາດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ມາຢ້ຽມຢາມ, ອວຍພອນຄູອາຈານ, ນັກສຶກສາສະຖາບັນແມ່ຍິງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ອວຍພອນ ແລະຫວັງວ່າ ແມ່ຍິງຫວຽດນາມ ເສີມຂະຫຍາຍມູນເຊື້ອ ແລະຄຸນນະທາດເຊື່ອໝັ້ນຕົນເອງ, ນັບຖືຕົນເອງ, ສັດຖື່ບໍລິສຸດ, ເຮັດລ້ອນວຽກບ້ານການເຮືອນ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງບືນຕົວຂຶ້ນ; ປະກອບກຳລັງເຫື່ອແຮງ, ພູມປັນຍາເພື່ອກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີສວຍງາມ.

ໂດຍ: ໄຊນີດາ