ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດທີ່ທຳນຽບປະທານປະເທດ, ທ່ານຟ້າມມິງຈິ໊ງ ແລະ ທ່ານ ຫຼີສຽງ ໄດ້ດໍາເນີນການພົບປະສອງຝ່າຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ທີ່ການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງມີປະສິດທິຜົນ; ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການພົບປະຂັ້ນສູງ ແລະ ທຸກຂັ້ນຢ່າງເປັນປະຈຳ; ຍູ້ແຮງກົນໄກພົບປະແລກປ່ຽນ ແລະການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດການທູດ - ການປ້ອງກັນຊາດ - ຕໍາຫຼວດ; ຊຸກຍູ້ການຮ່ວມມືແທດຈິງໃນບັນດາຂົງເຂດຈຸດສຸມ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ປັບປຸງພື້ນຖານສັງຄົມອັນໜັກແໜ້ນ ໃຫ້ການພັດທະນາການພົວພັນລະຫວ່າງຫວຽດນາມ - ຈີນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ກ່ອນທີ່ຈະດໍາເນີນການພົບປະສອງຝ່າຍ. ພາບ: qdnd.vn

ກ່ຽວກັບການເຊື່ອມຕໍ່ດ້ານຄົມມະນາຄົມ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍບັນດາເອກະສານຮ່ວມມືທາງລົດໄຟທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ຮ່ວມມືພັດທະນາຂະແໜງອຸດສາຫະກຳທາງລົດໄຟທັນສະໄໝ, ສະໜອງທຶນກູ້ຢືມບຸລິມະສິດ, ຖ່າຍຖອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຜັນຂະຫຍາຍທາງລົດໄຟ 3 ຕອນ ທີ່ເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນທາງພາກເໜືອຂອງຫວຽດນາມ ກັບຈີນ. ກ່ຽວກັບການຮ່ວມມືລົງທຶນ, ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍຮ່ວມມືຜັນຂະຫຍາຍໂຄງການທີ່ເປັນສັນຍາລັກໃຫ້ການພົວພັນສອງຝ່າຍ, ດ້ວຍຂະໜາດໃຫຍ່, ເຕັກໂນໂລຢີສູງໃນຂົງເຂດທີ່ຈີນ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການຄື: ພະລັງງານທົດແທນ, ອຸດສາຫະກຳສໍາຮອງ, ລົດໄຟຟ້າ, ສູນການເງິນສາກົນ, ເຂດການຄ້າເສລີ, ຕົວເມືອງສະຫຼາດ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ.

ທ່ານ ຟ້າມມິງຈິ໊ງ ຍັງສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືດ້ານການເງິນ-ທະນາຄານ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ສິ່ງແວດລ້ອມ, ເພີ່ມທະວີການແບ່ງປັນຂໍ້ມູນດ້ານອຸຕຸນິຍົມ, ອຸທົກກະສາດ, ຊັບພະຍາກອນນໍ້າ ຢູ່ຕາມແມ່ນ້ຳໄຫຼຜ່ານຂ້າມຊາຍແດນ; ການຮ່ວມມືຄຸ້ມຄອງ ແລະນຳໃຊ້ແຫຼ່ງນ້ຳຢູ່ແມ່ນ້ຳຂອງ- ແມ່ນໍ້າລ້ານຊ້າງ ແບບຍືນຍົງ ແລະ ມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ເຫັນດີ ແລະ ຕີລາຄາສູງຕໍ່ຂໍ້ສະເໜີການຮ່ວມມືຂອງທ່ານ ຟ້າມມິງຈິ໊ງ, ທ່ານ ຫຼີສຽງ ຢືນຢັນວ່າ ຈີນ ກຽມພ້ອມກັບຫວຽດນາມ ເພີ່ມທະວີພື້ນຖານດ້ານການເມືອງ, ລົງເລິກຮ່ວມມືທີ່ແທດຈິງ, ສືບຕໍ່ເປີດປະຕູຕະຫຼາດໃຫ້ສິນຄ້າຂອງຫວຽດນາມ ຫຼາຍກວ່າອີກ, ເປັນຕົ້ນແມ່ນກະສິກຳ, ສິນໃນນ້ຳ, ໝາກໄມ້ທີ່ມີຄຸນນະພາບສູງ, ສົມທົບກັນສ້າງເງື່ອນໄຂສະດວກໃນການກັກກັນພະຍາດ ແລະ ການຜ່ານດ່ານໃຫ້ແກ່ສິນຄ້າ, ພ້ອມແລ້ວທີ່ຈະສົມທົບກັນຊຸກຍູ້ການແກ້ໄຂຂໍ້ຕິດຂັດດ້ານນະໂຍບາຍ, ເພື່ອໃຫ້ສາຍພົວພັນດ້ານການຄ້າສອງປະເທດ ສືບຕໍ່ພັດທະນາແບບຍືນຍົງ ແລະໄດ້ຮັບຜົນໃໝ່.

ທ່ານ ຫຼີສຽງ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ເປັນຕົ້ນແມ່ນໃນຂົງເຂດການຜະລິດ, ປະດິດສ້າງ, ກະສິກຳ, ຮ່ວມມືຮັກສາຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ການຜະລິດ; ບໍາລຸງສ້າງສອນອາຊີບ; ເປີດກວ້າງການຮ່ວມມືດ້ານການເງິນ; ເພີ່ມທະວີພື້ນຖານສັງຄົມ, ສະໜັບສະໜູນເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ການພົບປະແລກປ່ຽນກັບທ້ອງຖິ່ນ, ເປີດສາຍການບິນສອງສົ້ນໃຫ້ຫຼາຍຕື່ມອີກ.

ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາຢູ່ທະເລ ແລະ ເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງ,  “ສັນຍາວ່າດ້ວຍຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາຢູ່ທະເລ ຫວຽດນາມ - ຈີນ” ຢ່າງເຂັ້ມງວດ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ຕັ້ງໜ້າຊອກຫາມາດຕະການແກ້ໄຂໂດຍພື້ນຖານ ແລະ ຍາວນານ ທີ່ສອງຝ່າຍຍອມຮັບໄດ້ ໂດຍສອດຄ່ອງກັບຂໍ້ຕົກລົງກ່ຽວກັບຫຼັກການຊີ້ນຳແກ້ໄຂບັນຫາບົນທະເລລະຫວ່າງຫວຽດນາມ - ຈີນ, ກົດໝາຍສາກົນ, ລວມມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS) ປີ 1982, ບໍ່ມີການກະທໍາເຮັດໃຫ້ສະພາບການ ສັບສົນຂຶ້ນຕື່ມ, ພ້ອມກັນຮັກສາສະຖຽນລະພາບຢູ່ທະເລ; ຜັນຂະຫຍາຍກົນໄກເຈລະຈາກ່ຽວກັບບັນຫາຢູ່ທະເລຢ່າງມີປະສິດທິຜົນ, ຕັ້ງໜ້າຜັນຂະຫຍາຍການຮ່ວມມືໃນຂົງເຂດທີ່ມີຄວາມຫຼໍ່ແຫຼມບໍ່ຫຼາຍ ແລະ ຮ່ວມມືຊອກຫາກູ້ໄພກູ້ຊີບຢູ່ທະເລ.

leftcenterrightdel
ນາຍົກລັດຖະມົນຕີສອງທ່ານ ເປັນສັກຂີພິຍານການແລກປ່ຽນເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: qdnd.vn

ສິ້ນສຸດການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືລະຫວ່າງສອງປະເທດ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ພາບ: qdnd.vn

ພາຍຫຼັງການພົບປະສອງຝ່າຍກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ມີການພົບປະກັບທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ.

*ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 13 ຕຸລາ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈີນ ໄດ້ໄປວາງພວງມາລາໄວ້ອາໄລປະທານ ໂຮ່ຈີມິນ.

ໂດຍ: ທູຈາງ