ທີ່ກອງປະຊຸມ, ສອງຝ່າຍລ້ວນແຕ່ມີຄວາມເພີ່ມພໍໃຈຕໍ່ບັນດາບາດກ້າວສໍາຄັນຂອງການພົວພັນທາງການທູດຫວຽດນາມ-ເປຣູ ໃນ 30 ປີຜ່ານມາ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈນໍາການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

ສອງຝ່າຍໃຫ້ຄໍາໝັ້ນສັນຍາຍົກສູງປະສິດທິຜົນການຮ່ວມມືໃນບັນດາກົນໄກເຊິ່ງສອງຝ່າຍແມ່ນສະມາຊິກກວ່າອີກ, ຄື ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ແລະສະຫະພັນປາຊີຟິກ (AP).

ກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໃຫ້ຄໍາໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ສະໜັບສະໜູນກັນສະໝັກເລືອກຕັ້ງເຂົ້າບັນດາອົງການສໍາຄັນຂອງ ສປຊ ໃນໄລຍະຈະມາເຖິງ. ສອງຝ່າຍແບ່ງປັນທັດສະນະຂອງອາຊຽນ ກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມໝັ້ນຄົງ ແລະປອດໄພໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດບັດ ສປຊ ແລະກົດໝາຍສາກົນ.

leftcenterrightdel
ທ່ານ ໂຮ່ກິມງອັກ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງລັດຖະມົນຕີ ປາດຖະໜາວ່າ ບັນດາອົງການອໍານາດການປົກຄອງ ແລະສະພາແຫ່ງຊາດເປຣູ ສ້າງເງື່ອນໄຂເພື່ອໃຫ້ Bitel ເປີດກວ້າງການດໍາເນີນທຸລະກິດ, ພັດທະນາກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງ ແລະວິວັດການຫັນປ່ຽນດີຈີຕອນຢູ່ເປຣູ. ທ່ານຮອງລັດຖະມົນຕີ ອວຍພອນເປຣູ ຈັດຕັ້ງກອງປະຊຸມສຸດຍອດ APEC ໃນເດືອນ ພະຈິກ 2024 ຈະມາເຖິງສໍາເລັດຜົນ ແລະຫວັງວ່າ ເປຣູ ຈະແບ່ງປັນບົດຮຽນເພື່ອໃຫ້ຫວຽດນາມ ດໍາລົງບົດບາດປະເທດເຈົ້າພາບ APEC ປີ 2027 ສໍາເລັດຜົນ.

ສ່ວນທ່ານ Eduardo Salhuana ປະທານສະພາແຫ່ງຊາດ ແລະທ່ານ John Peter Camino Cannock ຮອງລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ ເປຣູຖືເປັນສໍາຄັນການພົວພັນກັບຫວຽດນາມ, ຈະສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ. ທ່ານຮອງລັດຖະມົນຕີ John Peter ຫວັງວ່າ ຫວຽດນາມ ຈະເປີດສະຖານທຸດ ປະຈໍາ ເປຣູ ໂດຍໄວເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເປີດກວ້າງການພົວພັນຮ່ວມມືທີ່ນັບມື້ນັບພັດທະນາລະຫວ່າງສອງປະເທດກວ່າອີກ.

ກ່ອນໜ້ານັ້ນ, ໃນການເຮັດວຽກກັບການນໍາບໍລິສັດ Viettel ເປຣູ (Bitel), ທ່ານຮອງລັດຖະມົນຕີ ຮ່າກິມງອັກ ໄດ້ຊົມເຊີຍ, ຕີລາສູງບັນດາຄວາມ ມານະພະຍາຍາມ ແລະຜົນງານສໍາຄັນເຊິ່ງບໍລິສັດບັນລຸໄດ້ໃນການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດຢູ່ເປຣູ ໃນ 10 ກວ່າປີຜ່ານມາ.

ປີ 2024 ແມ່ນໂອກາດສະເຫຼີມສະຫຼອງ 30 ປີທີ່ຫວຽດນາມ ແລະເປຣູ ສ້າງຕັ້ງການພົວພັນທາງການທູດ. ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 5 ລະຫວ່າງສອງກະຊວງການຕ່າງປະເທດໄດ້ດໍາເນີນຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນສໍາຄັນໃນການກະກຽມໃຫ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຫວຽດນາມ ແລະເປຣູ ໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ