ວັນທີ 4 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເລີ່ມເດີນທາງໄປຝລັ່ງ, ເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມສາທາລະນະລັດຝລັ່ງ ຢ່າງເປັນທາງການ.

ການຢ້ຽມຢາມ ເພື່ອແນໃສ່ສືບຕໍ່ຢືນຢັນບົດບາດຂອງຫວຽດນາມ ເປັນສະມາຊິກສຳຄັນຂອງປະຊາຄົມຝລັ່ງໂກໂຟນີ ໃນພາກພື້ນ ອາຊີ - ປາຊີຟິກ, ພ້ອມທັງນໍາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດໃນໄລຍະຈະມາເຖິງ.

ນີ້ແມ່ນຄັ້ງທຳອິດທີ່ການນຳຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ແລະກໍ່ແມ່ນການຢ້ຽມຢາມຝລັ່ງ ຄັ້ງທຳອິດຂອງທ່ານປະທານປະເທດຫວຽດນາມ ພາຍຫຼັງ 22 ປີ.

leftcenterrightdel
ທ່ານ Didier Migaud ລັດຖະມົນຕີກະຊວງຍຸຕິທຳຝລັ່ງ, ທ່ານຮອງເຈົ້າແຂວງ Yves Bossuyt, ທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈຳ ຫວຽດນາມ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ສະໜາມບິນ Orly ນະຄອນຫຼວງ ປາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງປະຊາຄົມຝລັ່ງໂກໂຟນີ ກັບພາກພື້ນ

ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະປະຊາຄົມຝລັ່ງໂກໂຟນີ ໄດ້ພັດທະນາຢ່າງຈົບງາມ. ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມຝລັ່ງໂກໂຟນີ ດ້ວຍບັນດາຄໍາໝັ້ນສັນຍາສະໜັບສະໜູນລັດທິຫຼາຍຝ່າຍ, ບັນດາເປົ້າໝາຍພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະບັນດາການເຄື່ອນໄຫວແທດຈິງ. ຫວຽດນາມ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາຂົງເຂດບຸລິມະສິດຂອງປະຊາຄົມຝລັ່ງໂກໂຟນີ, ນັບແຕ່ການກໍ່ສ້າງຍຸດທະສາດຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ວັດທະນະທໍາຈົນເຖິງການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ບັນດາພາກພື້ນຢ່າງແທດຈິງ.

ພິເສດ, ການສິດສອນພາສາຝລັ່ງ ໄດ້ຮັບການພັດທະນາຢ່າງມີປະສິດທິຜົນ ແລະແຜ່ຂະຫຍາຍຢ່າງແຮງຢູ່ຫວຽດນາມ. ປະຊາຄົມຝລັ່ງໂກໂຟນີ ຍາມໃດກໍ່ຖືບົດບາດເປັນສໍາຄັນ ແລະຍາມໃດກໍ່ຖືຫວຽດນາມ ເປັນໃຈກາງໃນບັນດາການເຄື່ອນໄຫວຮ່ວມມືຝລັ່ງໂກໂຟນີຢູ່ພາກພື້ນອາຊີ-ປາຊີຟິກ.

ທ່ານນາງ Vanissa Barrak ອະດີດຫົວໜ້າຫ້ອງການຝລັ່ງໂກໂຟນີ ພາກພື້ນອາຊີ-ປາຊີຟິກ ປະຈໍາ ຮ່າໂນ້ຍ ເຄີຍຢັ້ງຢືນວ່າ: “ຢູ່ຫວຽດນາມ, ພາສາຝລັ່ງ ພັດທະນາ ແລະນໍາໃຊ້ດີສົມຄວນ. ອົງການຈັດຕັ້ງສາກົນຝລັ່ງໂກໂຟນີ ເອົາໃຈໃສ່ເຖິງພາກພື້ນອາຊີ-ປາຊີຟິກ, ດ້ວຍບັນດາບຸລິມະສິດ, ໃນນັ້ນ ມີບຸລິມະສິດພັດທະນາພາສາຝລັ່ງ, ດ້ວຍເປົ້າໝາຍຍາວນານແມ່ນຜ່ານພາສາຝລັ່ງ, ນອກຈາກເປີດກວ້າງການຮ່ວມມື, ແລກປ່ຽນ, ພົບປະແລກປ່ຽນດ້ານວັດທະນະທໍາ, ການສຶກສາແລ້ວ, ແມ່ນຍັງຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະບັນດາຂົງເຂດອື່ນໆກັບຫວຽດນາມ ກໍ່ຄືຂົງເຂດນີ້”.

leftcenterrightdel
ພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາຝລັ່ງ ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຢູ່ສະໜາມບິນ Orly ນະຄອນຫຼວງປາຣີ, ສາທາລະນະລັດຝລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ໃນສະພາບການນັ້ນ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ຄັ້ງທໍາອິດນັ້ນ, ສະແດງໃຫ້ເຫັນວ່າຫວຽດນາມ ຖືເປັນສໍາຄັນການຮ່ວມມືກັບອົງການຈັດຕັ້ງຝລັ່ງໂກໂຟນີ (OIF) ແລະບັນດາປະເທດສະມາຊິກ. ຄຽງຂ້າງນັ້ນ, ຜ່ານການພົບປະສອງຝ່າຍຂັ້ນສູງລະຫວ່າງທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ກັບບັນດາປະມຸກລັດສະມາຊິກຝລັ່ງໂກໂຟນີ, ຫວຽດນາມ ມີໂອກາດເຮັດໃຫ້ການພົວພັນກັບບັນດາປະເທດສະມາຊິກຝລັ່ງໂກໂຟນີ ເລິກເຊິ່ງຂຶ້ນຕື່ມ.

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝລັ່ງ ເລິກເຊິ່ງຂຶ້ນຕື່ມ

ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ດໍາເນີນການຢ້ຽມຢາມສາທາລະນະລັດຝລັ່ງ ຢ່າງເປັນທາງການ. ຝລັ່ງ ແລະຫວຽດນາມ ມີການພົວພັນອັນມາແຕ່ດົນນານ ແລະໄດ້ສ້າງຂຶ້ນດ້ວຍຄວາມເຊື່ອໝັ້ນນັບມື້ນັບສູງ; ສອງປະເທດພວມຕັດສິນໃຈເພີ່ມທະວີການພົວພັນ. ປະຈຸບັນ, ຝລັ່ງ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 4 ແລະຢືນອັນດັບໜຶ່ງກ່ຽວກັບການຊ່ວຍເຫຼືອ ODA ໃຫ້ແກ່ຫວຽດນາມ ໃນອີຢູ. ວົງເງິນການຄ້າສອງຝ່າຍເພີ່ມ 42% ໃນ10 ປີຜ່ານມາ, ບັນລຸເກືອບ 3 ຕື້ໂດລາສະຫະລັດໃນ 7 ເດືອນປີ 2024.

ການຢ້ຽມຢາມຢືນຢັນຄວາມຕັດສິນໃຈຂອງສອງປະເທດໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ, ໃນສະພາບປີ 2023, ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023).

ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ ໃຫ້ຮູ້ວ່າ “ສອງປະເທດຈະພ້ອມກັນກໍານົດທິດທາງໃຫຍ່, ສ້າງ  ຂອບເຂດ ແລະເປີດໜ້າໃໝ່ໃຫ້ການພົວພັນລະຫວ່າງຫວຽດນາມ ແລະຝລັ່ງ, ໃນນັ້ນສຸມໃສ່ເຂົ້າໃນການຍົກສູງປະສິດທິຜົນ ແລະຍົກລະດັບບັນດາກົນໄກຮ່ວມມືສອງຝ່າຍ, ເຮັດໃຫ້ການພົວພັນຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ ແລະການລົງທຶນເລິກເຊິ່ງກວ່າອີກ, ດ້ວຍວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຮ່ວມມືເຕັກໂນໂລຢີສູງ, ການຖ່າຍທອດເຕັກໂນໂລຢີແມ່ນບັນດາຂົງເຂດຈະໄດ້ຮັບຄວາມເອົາໃຈໃສ່ພິເສດ. ການຮ່ວມມືໃນບັນດາຂົງເຂດທີ່ຝລັ່ງ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການຄື ການຫັນປ່ຽນພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາເສດຖະກິດສີຂຽວ, ກະສິກໍານິເວດ, ກະສິກໍາໝູນວຽນ, ເຕັກໂນໂລຢີຜະລິດ hydrogen ສີຂຽວ, ການທ່ອງທ່ຽວສີຂຽວ, ເສດຖະກິດທະເລ, ການພັດທະນາອາຊີບຫາປາແບບຍືນຍົງ.

leftcenterrightdel
ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ. ພາບ:

ຫວຽດນາມ ແລະຝລັ່ງພວມມີຫຼາຍໂອກາດເພື່ອຍົກລະດັບການຮ່ວມມືລະຫວ່າງສອງປະເທດທັງດ້ານປະລິມານ ແລະຄຸນນະພາບ, ໂດຍສະເພາະແມ່ນທັງສອງປະເທດລ້ວນແຕ່ພວມຢືນຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃຫຍ່ກ່ຽວກັບການພັດທະນາປະເທດກໍ່ຄືພ້ອມກັນປະກອບສ່ວນເຂົ້າໃນບັນດາຄວາມມະນະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ ແລະການຮ່ວມມື.

ຄວາມຕັດສິນໃຈດ້ານການເມືອງຂອງການນໍາສອງປະເທດ, ການສະໜັບສະໜູນຂອງປະຊາຊົນທຸກຊັ້ນວັນນະ, ຄວາມຕັ້ງໜ້າຂອງບັນດາ ຄູ່ຮ່ວມມືໃນທຸກຂົງເຂດຈະສ້າງກໍາລັງໜູນໃໝ່ເພື່ອຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດ. ການພົວພັນນັ້ນຈະຊ່ວຍໃຫ້ສອງປະເທດສືບຕໍ່ກໍ່ສ້າງກໍາລັງແຮງ ແລະທີ່ຕັ້ງຂອງຕົນໃນໂລກໜຶ່ງທີ່ພວມມີການຜັນແປຫຼາຍຢ່າງ ແລະຈໍາເປັນຕ້ອງເພີ່ມທະວີການຮ່ວມມືເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບການພັດທະນາ, ຄວາມສະຫງົບ ແລະສະຖຽນລະພາບ.

ບັນດາຂອບເຂດການຮ່ວມມື ແລະກຳລັງໜູນໃໝ່ເຊິ່ງການນໍາຂັ້ນສູງສອງປະເທດຈະເຫັນດີເປັນເອກະພາບເນື່ອງໃນໂອກາດຢ້ຽມຢາມສາທາລະນະລັດຝລັ່ງ ຢ່າງເປັນທາງການຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ການພົວພັນຫວຽດນາມ-ຝລັ່ງ ຈະມີຂອບເຂດໃໝ່ ແລະຫຼາຍປັດໄຈສໍາຄັນເພື່ອເຮັດໃຫ້ການພົວພັນຮ່ວມມືສອງຝ່າຍໃນທຸກຂົງເຂດເລິກເຊິ່ງຂື້ນຕື່ມ.

ໂດຍ: ດັ້ງເກື່ອງ