leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baochinhphu.vn

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີແລວນິຕິກຳຢ່າງຄົບຊຸດ, ເປັນເອກະພາບ ເພື່ອແນໃສ່ຄຸ້ມຄອງຮູບແບບເຂດອຸດສາຫະກຳ, ເຂດເສດຖະກິດ, ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເພື່ອແນໃສ່ຫັນແຜນນະໂຍບາຍ, ແນວທາງ, ຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ໃຫ້ເປັນລະອຽດ, ໃນແຕ່ລະໄລຍະລະອຽດ. ຈາກນັ້ນ, ກໍ່ຫັນບັນດານະໂຍບາຍບູລິມະສິດສະເພາະສຳລັບວິສາຫະກິດ, ນັກລົງທຶນກ່ຽວກັບການປະຕິບັດລະບຽບການບໍລິການ, ພາສີ, ທີ່ດິນ…ເປັນລະບອບລະບຽບການ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງໃຫ້ກະຊວງແຜນການ ແລະການລົງທຶນສືບຕໍ່ຕີລາຄາ, ສະຫຼຸບວິວັດການກໍ່ສ້າງ, ຄຸ້ມຄອງເຂດອຸດສາຫະກຳ, ເຂດເສດຖະກິດ; ຄົ້ນຄ້ວາ, ທາບທາມບົດຮຽນປະສົບການ, ຮູບແບບຂອງບັນດາເຂດອຸດສາຫະກຳ, ເຂດເສດຖະກິດທີ່ປະສົບຜົນສຳເລັດໃນໂລກ; ເອົາໃຈໃສ່ເຖິງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການຄຸ້ມຄອງບັນດາເຂດອຸດສາຫະກຳ, ເຂດເສດຖະກິດ, ແກ້ໄຂການປະຕິບັດລະບຽບການບໍລິຫານ.

ແຫຼ່ງຄັດຈາກ: vovworld.vn