ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຊີ້ແຈ້ງວ່າ ກອງປະຊຸມເຄືອຂ່າຍພາກພື້ນປີ 2024 ໂດຍສະມາຄົມປັນຍາຊົນຍິງຫວຽດນາມ ຈັດຕັ້ງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບຄວາມເປັນເຈົ້າການຮ່ວມມືສາກົນດ້ານວິທະຍາສາດ, ເຕັກໂນໂລຢີຂອງຖັນແຖວປັນຍາຊົນຍິງຫວຽດນາມ, ໂດຍສະເພາະແມ່ນເມື່ອຫວຽດນາມ ຫາກໍ່ຈັດຕັ້ງວັນບຸນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດປີ 2024.

leftcenterrightdel
ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ໃນສະພາບການໂລກກາວິວັດ ແລະເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ສົ່ງຜົນກະທົບເຖິງທຸກດ້ານຂອງຊິວິດສັງຄົມ, ໂລກພວມປະເຊີນໜ້າ ກັບສິ່ງທ້າທາຍໃຫຍ່, ຄື: ໄພທໍາມະຊາດ, ໂລກພະຍາດ, ການປ່ຽນແປງຂອງດິນຟ້າອາກາດ, ພົນລະເມືອງອາຍຸສູງ, ຊັບພະຍາກອນທຳມະຊາດ ແລະຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍ... ນີ້ແມ່ນບັນດາບັນຫາທັງມີລັກສະນະທົ່ວໂລກ, ທັງມີລັກສະນະທົ່ວປວງຊົນ, ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນ, ມີຄວາມມານະພະຍາຍາມໃຫຍ່ຈາກບັນດາປະເທດ, ປະຊາຄົມ ແລະພິເສດແມ່ນຈາກວົງການວິທະຍາສາດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ກັບບັນດານັກວິທະຍາສາດ ແລະວິສະວະກອນຍິງພາກພື້ນອາຊີ-ປາຊີຟິກ ປີ 2024. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານເຊີດຊູ ແລະຍູ້ແຮງການຮ່ວມມືສາກົນໃນການຄົ້ນຄວ້າ, ຖ່າຍຖອດ, ໜູນໃຊ້ເຕັກໂນໂລຢີທັນສະໄໝເພື່ອພັດທະນາ; ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ຖັນແຖວປັນຍາຊົນ, ໃນນັ້ນມີປັນຍາຊົນຍິງ, ເສີມຂະຫຍາຍຄວາມສາມາດ, ເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ; ຜ່ານການສືບຕໍ່ປັບປຸງກົນໄກ, ນະໂຍບາຍ; ລົງທຶນຢ່າງແຮງເຂົ້າໃນການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີ, ພື້ນຖານໂຄງລ່າງໃຫ້ແກ່ການຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນ...

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ນັບມືນັບມີຫຼາຍຜົນງານທີ່ແທດຈິງ, ມີຄວາມໝາຍກວ່າອີກຂອງເຄືອຂ່າຍບັນດານັກວິທະຍາສາດ ແລະວິສະວະກອນຍິງສາກົນ, ສະມາຄົມປັນຍາຊົນຍິງຫວຽດນາມ, ປະກອບສ່ວນນັບມື້ນັບຫຼາຍໃຫ້ແກ່ການພັດທະນາປະເທດ ແລະກໍ່ສ້າງພາກພື້ນອາຊີ-ປາຊີຟິກກໍ່ຄືໂລກແຫ່ງສັນຕິພາບ, ຍຸຕິທໍາ, ມະນຸດຊາດ, ສີວິໄລ ແລະພັດທະນາແບບຍືນຍົງ.

ກ່ຽວກັບຂໍ້ສະເໜີສ້າງຕັ້ງກອງທຶນໜູນຊ່ວຍບັນດານັກວິທະຍາສາດໜຸ່ມຍິງຂອງສະມາຄົມປັນຍາຊົນຍິງ, ທ່ານນາຍົກລັດຖະມົນຕີ ມອບໜ້າທີ່ໃຫ້ປະທານສະຫະພັນແມ່ຍິງຫວຽດນາມ ສົມທົບກັບລັດຖະມົນຕີກະຊວງການເງິນຄົ້ນຄວ້າເລື່ອງສ້າງຕັ້ງຕາມກຳນົດຂອງກົດໝາຍ.

ໂດຍ: ໄຊນີດາ