ຕອນເຊົ້າວັນທີ 4 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການພົບປະກັບຜູ້ຕາງໜ້ານັກທຸລະກິດເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ (13 ຕຸລາ).

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ພັກ, ລັດ ແລະລັດຖະບານຍາມໃດກໍ່ເຄົາລົບຊົມເຊີຍ ແລະຕ້ອນຮັບນັກທຸລະກິດຫວຽດນາມ, ຜູ້ທີ່ມີຄວາມສາມາດ, ສຸດຈິດສຸດໃຈ, ມີສະຕິຢ່າງເລິກເຊິ່ງ ແລະຖືກຕ້ອງກ່ຽວກັບຄວາມຮັບຜິດຊອບ, ບົດບາດນຳໜ້າຂອງຕົນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ແລະຍົກສູງກຳລັງບົ່ມຊ້ອນ, ອິດທິພົນຊື່ສຽງ ແລະທີ່ຕັ້ງສາກົນຂອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ກ່າວຄຳເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫວັງວ່າ ການພົບປະຄັ້ງນີ້ຈະໄດ້ຮັບຟັງຫຼາຍຄຳຄິດຄຳເຫັນການແບ່ງປັນຢ່າງສຸດໃຈ, ຄວາມຮັບຜິດຊອບ, ກົງໄປກົງມາຂອງບັນດາຜູ້ແທນເພື່ອໃຫ້ລັດຖະບານ ແລະນາຍົກລັດຖະມົນຕີ ມີພື້ນຖານຕື່ມອີກເພື່ອກໍ່ສ້າງ ແລະປະກາດໃຊ້ບັນດາລັດຖະນະໂຍບາຍ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ວິສາຫະກິດຫວຽດນາມ ພັດທະນາບຸກທະລຸ, ຖັນແຖວນັກທຸລະກິດຫວຽດນາມ ເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ.

ໂດຍ: ໄຊນີດາ