ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮຸັ່ງ ຢືນຢັນວ່າ: ໃນໄລຍະ 20 ປີທີ່ຜ່ານມາ, ACD ໄດ້ເສີມຂະຫຍາຍບົດບາດສຳຄັນປະກອບສ່ວນກໍ່ສ້າງປະຊາຄົມອາຊີສາມັກຄີ ແລະພັດທະນາ, ຊຸກຍູ້ສັງກາດພັດທະນາຂອງອາຊີ. ທ່ານນາງຮອງລັດຖະມົນຕີ ເນັ້ນໜັກວ່າ ໃນໄລຍະທີ່ສະພາບການໂລກມີການຜັນແປຢ່າງສັບສົນຄືໃນປະຈຸບັນນີ້, ACD ຕ້ອງສຸມໃສ່ 5 ຈຸດສຸມຂອງການຮ່ວມມື. ທີໜຶ່ງ, ດ້ວຍບົດບາດແມ່ນເວທີເຈລະຈາ ແລະການຮ່ວມມືທົ່ວອາຊີ, ACD ຕ້ອງເຊີດຊູລັດທິຫຼາຍຝ່າຍ, ພ້ອມກັບບັນດາກົນໄກ, ເວທີປາໄສພາກພື້ນ, ໃນນັ້ນມີອາຊຽນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະບົດບາດນໍາໜ້າຂອງອາຊີ. ການເຈລະຈາ ແລະການຮ່ວມມືເພື່ອສັນຕິພາບ ແລະວັດທະນາຖາວອນຕ້ອງກາຍເປັນພາລະກໍາຂອງ ACD ແລະແມ່ນຄວາມຜິດຊອບຂອງແຕ່ລະສະມາຊິກໃນ ACD.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດເວທີເຈລະຈາການຮ່ວມມືອາຊີ (ACD) ຄັ້ງທີສາມຢູ່ ໂດຮາ. ພາບ: kuna.net.kw

ທີສອງ, ACD ຕ້ອງບຸລິມະສິດສູງກວ່າໃຫ້ແກ່ການເພີ່ມທະວີການຮ່ວມມືຊຸກຍູ້ກໍາລັງໜູນເຕີບໂຕໃໝ່, ໜູນຊ່ວຍບັນດາປະເທດໃນການຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນ, ຫັນປ່ຽນເຕັກໂນໂລຢີ, ພັດທະນາບັນດາເຕັກໂນໂລຢີ ແລະບັນດາພະລັງງານໃໝ່.

ທີສາມ, ຕ້ອງຮັບປະກັນຕ່ອງໂສ້ການສະໜອງໃນພາກພື້ນແບບຍືນຍົງຜ່ານການຊຸກຍູ້ການລົງນາມ ແລະຜັນຂະຫຍາຍບັນດາສັນຍາການຄ້າເສລີ, ຈໍາກັດບັນດາຮົ້ວກີດກວາງດ້ານການຄ້າ, ຮັບປະກັນລະບົບຕ່ອງໂສ້ການສະໜອງອາຊີໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍສະເພາະແມ່ນຕ່ອງໂສ້ການສະໜອງກ່ຽວກັບສະບຽງອາຫານ ແລະພະລັງງານ.

ທີສີ່, ແບ່ງປັນກ່ຽວກັບຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ປະຊາຊົນຫວຽດນາມ ແລະບາງປະເທດໃນພາກພື້ນຍ້ອນພາຍຸຢາກີ, ພາຍຸໃຫຍ່ທີ່ສຸດໃນຫຼາຍທົດສະວັດຜ່ານມາ. ທ່ານນາງຮອງລັດຖະມົນຕີສະເໜີວ່າຕ້ອງຫັນປ່ຽນການຮ່ວມມື ACD ໃຫ້ເໝາະສົມກັບບັນດາບັນຫາຂອງອະນາຄົດ ແລະປະກອບສ່ວນແກ້ໄຂບັນດາສິ່ງທະຫາຍໃນທົ່ວໂລກໃຫ້ມີປະສິດທິຜົນ, ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນສະບຽງອາຫານ, ຄວາມໝັ້ນຄົງພະລັງງານ ແລະຄວາມໝັ້ນຄົງຂອງຊັບພະຍາກອນນໍ້າ; ຍົກສູງຄວາມສາມາດປ້ອງກັນ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທີຫ້າ, ຍູ້ແຮງການເຊື່ອມຕໍ່, ການພົບປະແລກປ່ຽນລະຫວ່າງປະຊາຊົນປະເທດຕ່າງໆຜ່ານບັນດາລາຍການພົບປະແລກປ່ຽນວັດທະນະທໍາ, ກິລາ ແລະບັນດາວັນທ່ອງທ່ຽວ. ວັດທະນະທໍາ ແລະກິລາກາຍເປັນເສົາຄໍ້າໃໝ່ໃນຂອບເຂດການຮ່ວມມື ACD, ຫັນບັນດາການເຄື່ອນໄຫວພົບປະແລກປ່ຽນກິລາ, ກໍ່ສ້າງ ແລະພັດທະນາກິລາຊາວໜຸ່ມເປັນລະອຽດ. ບັນດາປະເທດຕ້ອງນຳວັດທະນະທໍາ ແລະກິລາເຂົ້າຍຸດທະສາດພັດທະນາສັງລວມແຫ່ງຊາດ ແລະສະຫງວນແຫຼ່ງກໍາລັງທີ່ເໝາະສົມເພື່ອພັດທະນາສອງຂົງເຂດສໍາຄັນນີ້.

ໂດຍ: ໄຊນີດາ