ທີ່ການຕ້ອນຮັບ, ທ່ານນາງ ຈິ້ງທິເຕີມ ໄດ້ສົ່ງຄໍາອວຍພອນຂອງການນໍາຂັ້ນສູງຫວຽດນາມ ເຖິງສີລັງກາ ທີ່ໄດ້ຈັດຕັ້ງການເລືອກຕັ້ງປະທານາທິບໍດີສີລັງກາ ຄັ້ງທີ 9 ສໍາເລັດຜົນໃນວັນທີ 21 ກັນຍາຜ່ານມາ ແລະສ້າງຕັ້ງລັດຖະບານໂດຍທ່ານນາງ Hasini Amarasuriya ນາຍົກລັດຖະມົນຕີ ນໍາໜ້າ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ Anura Kumara Dissanayake, ປະເທດສີລັງກາ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃນປະຈຸບັນຢ່າງວ່ອງໄວ, ສືບຕໍ່ພັດທະນາສະຖຽນລະພາບ, ກາຍເປັນປະເທດທີ່ດຶງດູດການທ່ອງທ່ຽວ, ການຄ້າ ແລະການລົງທຶນຈາກຕ່າງປະເທດ, ໃນນັ້ນມີຫວຽດນາມ.

leftcenterrightdel
ທ່ານນາງ ຈິ້ງທິເຕີມ ແລະທ່ານນາງ Hasini Amarasuriya. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ຈິ້ງທິເຕີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບສີລັງກາ ເປັນສຳຄັນ; ຕີລາຄາວ່າ ສອງປະເທດມີການພົວພັນອັນດີງາມລະຫວ່າງພັກ, ລັດ ແລະສະພາແຫ່ງຊາດສອງປະເທດ.

ທ່ານນາງ ຈິ້ງທິເຕີມ ປາດຖະໜາວ່າ ໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025, ສອງຝ່າຍຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ; ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ, ໃນນັ້ນມີຄະນະກໍາມະການປະສົມປະສານຂັ້ນລັດຖະມົນຕີການຕ່າງປະເທດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການທ່ອງທ່ຽວ, ວັດທະນະທໍາ, ການສຶກສາ, ກະສິກໍາ, ສິນໃນນໍ້າ...; ສົ່ງເສີມການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນຊາວໜຸ່ມ ແລະແມ່ຍິງ; ພ້ອງທັງສືບຕໍ່ມູນເຊື້ອການຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີ ສປຊ.

ສ່ວນທ່ານນາງ Hasini Amarasuriya ນາຍົກລັດຖະມົນຕີ ກໍ່ສົນໃຈຊອກຮູ້ກ່ຽວກັບສະພາບການດ້ານການເມືອງ-ເສດຖະກິດ-ສັງຄົມຂອງຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ບັນດາຜົນງານໃນຫຼາຍຂົງເຂດທີ່ຫວຽດນາມ ບັນລຸໄດ້ຫວ່າງແລ້ວນີ້.

ທ່ານນາງ Hasini Amarasuriya ໃຫ້ຮູ້ວ່າ ລັດຖະບານໃໝ່ຂອງສີລັງກາ ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ; ຢືນຢືນວ່າ ໃນບົດບາດຂອງຕົນ ຈະຊີ້ນໍາບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສີລັງກາ ຍູ້ແຮງການແລກປ່ຽນກັບຫວຽດນາມ ກ່ຽວກັບມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ໃນນັ້ນມີການຄ້າ, ການລົງທຶນ, ວັດທະນະທໍາ, ການສຶກສາ, ພູດທະສາສະໜາ; ພິເສດແມ່ນຮໍ່າຮຽນຖອດຖອນບົດຮຽນຂອງຫວຽດນາມ ກ່ຽວກັບການພັດທະນາການທ່ອງທ່ຽວ-ຂະແໜງເສດຖະກິດປາຍແຫຼມຂອງສີລັງກາ.

ຄຽງຂ້າງນັ້ນ, ທ່ານນາງ Hasini Amarasuriya ກ່ໍເອົາໃຈໃສ່ຊອກຮູ້ແນວຄິດຈິດໃຈ, ຄວາມປາດຖະໜາຂອງປະຊາຄົມຊາວຫວຽດນາມ ຢູ່ສີລັງກາ; ຮັບຮູ້ບັນດາຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ສິນຄ້ານໍາເຂົ້າຂອງຫວຽດນາມ, ສົ່ງເສີມບັນດາວິສາຫະກິດສີລັງກາ ລົງທຶນຢູ່ຫວຽດນາມ, ສົມທົບກັນຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາໃນປີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດກ່ຽວກັບການພົວພັນຫວຽດນາມ-ສີລັງກາ.

ໂດຍ: ໄຊນີດາ