ທີ່ປາຣີ, ໃນຂອບເຂດການຢ້ຽມຢາມເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມສາທາລະນະລັດຝລັ່ງ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບ, ເຮັດວຽກກັບທ່ານ Dylan Boutiflat ເລຂາທິການສູນກາງຮັບຜິດຊອບການພົວພັນຕ່າງປະເທດພັກສັງຄົມຝລັ່ງ.

leftcenterrightdel
ທ່ານ ເລຮວ່າຍຈູງ ແລະທ່ານ Dylan Boutiflat. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈູງ ໄດ້ແລກປ່ຽນກ່ຽວກັບການພັດທະນາຂອງການພົວພັນຫວຽດນາມ-ຝລັ່ງ, ໃນນັ້ນ ມີການພົວພັນລະຫວ່າງ ພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງຂອງຝລັ່ງ ແລະບາດກ້າວພັດທະນາສໍາຄັນຂອງການພົວພັນຫວຽດນາມ-ຝລັ່ງ ຜ່ານການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດໂຕເລິມ.

ທ່ານ ເລຮວ່າຍຈູງ ກໍ່ແຈ້ງໃຫ້ຊາບກ່ຽວກັບຜົນງານຂອງຫວຽດນາມ ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່, ບັນດາຜົນງານບັນລຸໄດ້ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ທ່ານ ເລຮວ່າຍຈູງ ສະແດງຄວາມນັບຖືຢ່າງສູງຕໍ່ການສະໜັບສະໜູນຂອງພັກສັງຄົມຝລັ່ງ ທີ່ມີຕໍ່ຫວຽດນາມ ແລະການພັດທະນາຂອງການພົວພັນຫວຽດນາມ-ຝລັ່ງ.

ສ່ວນທ່ານ Dylan Boutiflat ກໍ່ຕີລາຄາສູງການຢ້ຽມຢາມຝລັ່ງຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ສ້າງຂີດໝາຍພິເສດກັບການພົວພັນຫວຽດນາມ-ຝລ່ັງ, ຢືນຢັນການສະໜັບສະໜູນຂອງພັກສັງຄົມຝລັ່ງ ຕໍ່ກັບການພັດທະນາຂອງການພົວພັນສອງປະເທດຫວຽດນາມ ແລະຝລັ່ງ.

ທ່ານ Boutiflat ກໍ່ອວຍພອນບັນດາໝາກຜົນຕັ້ງໜ້າໃນຫຼາຍຂົງເຂດເຊິ່ງຫວຽດນາມ ບັນລຸໄດ້ໃນເກືອບ 40 ປີດໍາເນີນກິດຈະການປ່ຽນແປງໃໝ່ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະຕີລາຄາສູງວິໄສທັດຂອງພັກກອມມູນິດຫວຽດນາມ ໃນການວາງອອກບັນດາເປົ້າໝາຍ ພັດທະນາຮອດປີ 2030 ແລະ 2045.

ທ່ານ Boutiflat ກໍ່ແຈ້ງໃຫ້ຊາບກ່ຽວກັບບັນດາຄວາມມານະພະຍາຍາມຂອງພັກສັງຄົມຝລັ່ງ ໃນການກໍ່ສ້າງແນວທາງຕອບສະໜອງຜົນປະໂຫຍດຂອງປະຊາຊົນໃຫ້ດີກວ່າອີກ ແລະປະກອບສ່ວນເສີມຂະຫຍາຍບົດບາດຂອງບັນດາພັກສັງຄົມໃນການແກ້ໄຂບັນດາບັນຫາສາກົນລວມ.

ສອງຝ່າຍກໍ່ສະແດງຄວາມເພີ່ມພໍໃຈຕໍ່ບັນດາບາດກ້າວພັດທະນາອັນດີງາມໃນການພົວພັນທຸກດ້ານລະຫວ່າງສອງປະເທດຫວຽດນາມ ແລະຝລັ່ງ ໃນໄລຍະຜ່ານມາ ແລະປາດຖະໜາຢາກຊຸກຍູ້ສາຍພົວພັນນີ້ໃນໄລຍະຈະມາເຖິງກວ່າອີກ.

ໂດຍ: ໄຊນີດາ