leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກວດແຖວກຽດຕິຍົດ. ພາບ: ສໍານັກຂ່າວສານຫວຽດນາມ

ເວລາ 11 ໂມງ 40 ນາທີ ຂອງວັນທີ 2 ຕຸລາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຈັດຂຶ້ນຢ່າງສົມກຽດຕາມພິທີການສູງສຸດ ຢູ່ທຳນຽບປະທານາທິບໍດີໄອແລນ. ພາຍຫຼັງພິທີຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການພົບປະສ່ວນຕົວ ແລະດຳເນີນການພົບປະເຈລະຈາຢ່າງເປັນທາງການກັບທ່ານ Michael D. Higgins ປະທານາທິບໍດີ ໄອແລນ.

ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ Michael D. Higgins ຕີລາຄາສູງຕໍ່ແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ; ໂດຍຢືນຢັນການຖືເປັນສໍາຄັນຕໍ່ທີ່ຕັ້ງ ແລະບົດບາດຂອງຫວຽດນາມ ຢູ່ພາກພື້ນອາຊີ-ປາຊີຟິກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນຕໍ່ການພັດທະນາການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບໄອແລນ; ຕີລາຄາສູງຕໍ່ເລື່ອງລັດຖະບານໄອແລນ ໄດ້ສະຫງວນໃຫ້ຫວຽດນາມ ກ່ຽວກັບການໃຫ້ບຸລິມະສິດໃນນະໂຍບາຍຮ່ວມມືພັດທະນາໃນຂອບເຂດຍຸດທະສາດ “ໄອແລນທົ່ວໂລກ: ຜັນຂະຫຍາຍການເຄື່ອນໄຫວຢູ່ພາກພື້ນອາຊີ-ປາຊີຟິກ ຮອດປີ 2025”. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄວາມປາດຖະໜາວ່າ ໄອແລນ ຈະສືບຕໍ່ສະໜອງ, ໜູນຊ່ວຍການພັດທະນາໃຫ້ແກ່ຫວຽດນາມ ໃນຂົງເຂດບຸລິມະສິດ, ຄື: ການເຕີບໂຕສີຂຽວ, ຮັບມືກັບການປ່ຽນແປງດິນຟ້າອາກາດ, ການປົກປ້ອງສິ່ງແວດລ້ອມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນປ່ຽນດີຈີຕອນ, ການພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Michael D. Higgins ປະທານາທິບໍດີໄອແລນ. ພາບ: ສໍານັກຂ່າວສານຫວຽດນາມ

ແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທຳ-ສິລະປະ, ການທ່ອງທ່ຽວ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າຈະສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດດຳລົງຊີວິດ ແລະເຮັດວຽກ, ປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະຝ່າຍ, ເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບສອງປະເທດ.

ສອງຝ່າຍໄດ້ສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານປະທານາທິບໍດີ Michael D. Higgins ໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ສວນຂອງທຳນຽບປະທານາທິບໍດີໄອແລນ. ກ່ອນໜ້ານັ້ນ, ຢູ່ທຳນຽບປະທານາທິບໍດີໄອແລນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ລົງນາມ ແລະຂຽນໃສ່ປຶ້ມອະນຸສອນ.

*ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຢູ່ໄອແລນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີແຫ່ງຊາດທີ່ຕັ້ງຢູ່ສະໜາມຫຼວງ Parnell ໃຈກາງນະຄອນ Dublin.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ມະຫາວິທະຍາໄລ Trinity Dublin. ພາບ: ຫງວຽນຮົ່ງ

* ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ໄອແລນ, ຕອນບ່າຍວັນທີ 2 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ Trinity Dublin. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີບົດກ່າວຄຳປາໄສ ດ້ວຍຫົວຂໍ້ວ່າ “ວິໄສທັດກ່ຽວກັບສັງກາດໃໝ່ໃນການພົວພັນມິດຕະພາບ ແລະການຮ່ວມມື ຫວຽດນາມ-ໄອແລນ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ”.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຕີລາຄາຜົນງານພັດທະນາຢ່າງກະໂດດຂັ້ນທາງດ້ານເສດຖະກິດ-ສັງຄົມຂອງ ໄອແລນ ແລະໄອແລນ ຍັງແມ່ນສັນຍາລັກແຫ່ງຄວາມສາມັກຄີ ແລະຊື່ສຽງທາງສາກົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບ ໄອແລນ, ເຊິ່ງແມ່ນສະມາຊິກທີ່ຂະຫຍັນຂັນເຄື່ອນຂອງ ອີຢູ, ແມ່ນປະເທດນໍາໜ້າກ່ຽວກັບການປ່ຽນແປງໃໝ່ປະດິດສ້າງ ແລະແມ່ນກົກເຄົ້າແຫ່ງຄວາມຍອດຢ້ຽມຂອງໂລກ. ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດກວ່າອີກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ເນັ້ນໜັກເຖິງການສ້າງບາດກ້າວບຸກທະລຸໃນການຍົກສູງລັກສະນະເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມສາມາດຮັບມືກັບສິ່ງທ້າທາຍທົ່ວໂລກໃໝ່; ຍົກລະດັບ ແລະເປັນເຈົ້າການເປີດກວ້າງການປະກອບສ່ວນຂອງຫວຽດນາມ ແລະໄອແລນ ໃຫ້ແກ່ສັນຕິພາບ, ການຮ່ວມມື ແລະພັດທະນາສາກົນ. ດ້ວຍຖານະເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ແລະໄອແລນ ຄວນສືບຕໍ່ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ; ຍົກສູງບົດບາດຂອງສະຫະປະຊາຊາດ; ເປັນເຈົ້າການຍົກອອກແນວຄວາມຄິດຮ່ວມມືໃໝ່, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາຂອງມວນມະນຸດ...

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ຫວຽດນາມ ແລະໄອແລນ ຈະສືບຕໍ່ຄຽງບ່າຄຽງໄຫຼ່, ຮ່ວມມືກັນຢ່າງແໜ້ນແຟ້ນ, ມຸ່ງໄປເຖິງການພົວພັນທີ່ສູງກວ່າໃນອະນາຄົດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອອະນາຄົດສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ສອງພາກພື້ນແລະໃນໂລກ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍັງໄດ້ໄປຢ້ຽມຊົມຫ້ອງປື້ມ, ບ່ອນວາງສະແດງປຶ້ມ “Book of Kells” ໃນສະໄໝລະຫວ່າງກາງບູຮານ; ໄປຢ້ຽມຊົມຫໍສະໝຸດບູຮານ, ຟັງການແນະນໍາຂອງ "ການປະກາດເອກະລາດຂອງໄອແລນ ໃນປີ 1916”... ຢູ່ທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ກໍ່ໄດ້ຂຽນໃສ່ປຶ້ມອະນຸສອນ.

ໂດຍ: ເຈິ່ນຮວ່ຽນ