leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ກ່າວຄຳເຫັນທີ່ພິທີ. ພາບ: NIC

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຊີ້ແຈ້ງວ່າ, ພັກ ແລະລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງ, ຖືວ່ານີ້ແມ່ນໜຶ່ງໃນບັນດາລັດຖະນະໂຍບາຍແຖວໜ້າໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະຍືນຍົງ. ສຳລັບຫວຽດນາມ, ການປ່ຽນແປງໃໝ່ປະດິດສ້າງແມ່ນປັດໄຈສຳຄັນພິເສດ, ປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະການພັດທະນາແບບຍືນຍົງຂອງຫວຽດນາມ ໃນສັງກາດພັດທະນາໃໝ່. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານຈະສຸມໃສ່ຊີ້ນຳກວດກາ ແລະປັບປຸງບັນດາຍຸດທະສາດ, ກົນໄກ, ນະໂຍບາຍ, ມາດຕະການເພື່ອຍູ້ແຮງການປ່ຽນແປງໃໝ່ປະດິດສ້າງ, ເລິ່ມທຸລະກິດດ້ວຍຈິດໃຈສ້າງເງື່ອນໄຂສະດວກ, ປົກປ້ອງສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ຊອບທໍາໃຫ້ປະຊາຄົມວິສາຫະກິດ, ນັກລົງທຶນ ແລະປະຊາຊົນ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ ແລະວັນບຸນປ່ຽນແປງໃໝ່ປະດິດສ້າງຫວຽດນາມ 2024. ພາບ: NIC

ເຕື້ອງເຖິງສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ, ພາຍຫຼັງ 5 ປີແຫ່ງການສ້າງຕັ້ງ, ສູນດັ່ງກ່າວໄດ້ຄ່ອຍໆກາຍເປັນສູນນຳໜ້າໃນການປ່ຽນແປງໃໝ່ປະດິດສ້າງ, ມາຮອດປະຈຸບັນໄດ້ມີ 10 ເຄືອຂ່າຍສະມາຊິກ ແລະມີສະມາຊິກເກືອບ 2.000 ຄົນໃນ 20 ປະເທດ ແລະເຂດແຄ້ວນ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍບົດບາດຂອງສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ; ໃນນັ້ນ, ສຸມໃສ່ຄົ້ນຄວ້າ ແລະສະເໜີບັນດາກົນໄກ ນະໂຍບາຍຈຳເພາະ ເພື່ອໜູນຊ່ວຍວິສາຫະກິດຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືສາກົນ, ສືບຕໍ່ເປີດກວ້າງເຄືອຂ່າຍນັກຊ່ຽວຊານ, ນັກວິທະຍາສາດກ່ຽວກັບການປ່ຽນແປງໃໝ່ປະດິດສ້າງ, ການເຊື່ອມຕໍ່ສາກົນ: “ພວກຂ້າພະເຈົ້າປາດຖະໜາ ແລະເຊື່ອໝັ້ນວ່າ ສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດຈະແມ່ນຫົວໃຈຂອງລະບົບນິເວດປ່ຽນແປງໃໝ່ປະດິດສ້າງ, ເປັນບ່ອນອີງໃຫ້ການພັດທະນາທີ່ໂດດເດັ່ນ, ຍືນຍົງ ແລະເຊື່ອມໂຍງເຂົ້າກັບທົ່ວໂລກຂອງຫວຽດນາມ. ສູນຄວນນຳໜ້າທ່າອ່ຽງ, ແຜ່ຂະຫຍາຍຈິນຕະນາການປະດິດສ້າງ, ເຮັດໃຫ້ຫວຽດນາມ ກາຍເປັນປະເທດຕົ້ນກຳເນີດຂອງການປ່ຽນແປງໃໝ່ປະດິດສ້າງ, ມີຄວາມສາມາດເປັນເຈົ້າຂອງເຕັກໂນໂລຢີ, ບືນຕົວຂຶ້ນລະດັບພາກພື້ນ ແລະໂລກ, ບໍ່ພຽງແຕ່ເພື່ອນຳໃຊ້ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງເປັນຮູບຮ່າງ ແລະຊັກນໍາອະນາຄົດຂອງມວນມະນຸດ".

ໂດຍ: ໄຊນີດາ