leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນທີ 5 ຕຸລາ, ຢູ່ສຳນັກງານຄະນະພັກນະຄອນໂຮ່ຈີມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກນະຄອນໂຮ່ຈີມິນ ກ່ຽວກັບໝາກຜົນການຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດກ່ຽວກັບການພັດທະນານະຄອນໂຮ່ຈີມິນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ໃນ 9 ເດືອນຜ່ານມາ, ເສດຖະກິດ - ສັງຄົມນະຄອນຍັງຮັກສາທ່າເຕີບໂຕ, ແຕ່ຍັງບໍ່ທັນບັນລຸບາດກ້າວບຸກທະລຸ. ທ່ານປະທານສະພາແຫ່ງຊາດສະເໜີຕ້ອງແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບກົນໄກ, ນະໂຍບາຍໃຫ້ແກ່ນະຄອນໂຮ່ຈີມິນ, ປະຕິບັດຕາມການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ຢູ່ກອງປະຊຸມສະໄໝສາມັນຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ຊຸດທີ 13 ແມ່ນ “ສຸມໃສ່ຢູ່ລະດັບສູງສຸດໃຫ້ແກ່ການບຸກທະລຸກ່ຽວກັບລະບອບລະບຽບການ ແລະພັດທະນາ, ປ່ຽນແປງໃໝ່ຢ່າງແຮງວຽກງານພະນັກງານ, ສ້າງສຳເລັດຢ່າງຄົບຊຸດ ແລະບຸກທະລຸຢ່າງແຮງໃນການສ້າງ, ພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ”.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ