leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ:  vov.vn

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ສະເໜີໃຫ້ທາງນະຄອນສືບຕໍ່ຄົ້ນຄວ້າ, ປະຕິບັດຢ່າງມີປະສິດທິຜົນມະຕິສະບັບເລກທີ 45 ຕິດພັນກັບມະຕິເລກທີ 30 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງ ຮອດປີ 2030, ວິໄສທັດຮອດປີ 2045 ເພື່ອເປັນເອກະພາບ ແລະຍົກສູງຄວາມຮັບຮູ້ກ່ຽວກັບບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງນະຄອນຫາຍຟ່ອງ ແລະເຂດທົ່ງພຽງແມ່ນ້ຳແດງ. ພ້ອມກັນນັ້ນ, ຕ້ອງຄົ້ນຄວ້າປະກາດໃຊ້ບັນດາກົນໄກ, ນະໂຍບາຍພິເສດສະເພາະທີ່ມີລັກສະນະບຸກທະລຸສອດຄ່ອງກັບສະພາບຕົວຈິງໃນການພັດທະນາຂອງນະຄອນ ຫາຍຟ່ອງ ແລະສືບຕໍ່ຍູ້ແຮງວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບຮູບແບບການເຕີບໂຕ; ພັດທະນາເສດຖະກິດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ກົມການເມືອງ ໄດ້ປຶກສາຫາລື ແລະເປັນເອກະພາບໂດຍພື້ນຖານແຜນການສ້າງຕັ້ງນະຄອນເຫວ້ ຂຶ້ນກັບສູນກາງ, ເຫັນດີຍື່ນສະເໜີຕໍ່ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ເພື່ອປະກອບຄຳເຫັນ. ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ໃສ່ໃຈວ່າ ເລື່ອງສ້າງຕັ້ງນະຄອນເຫວ້ ຂຶ້ນກັບສູນກາງບົນພື້ນຖານແຂວງເທື່ອທຽນເຫວ້ ມີຄວາມໝາຍທາງດ້ານການເມືອງສຳຄັນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ