ທ່ານ ອຸເດດ ສຸວັນນະວົງ, ປະທານອາຊຽນ BAC ປີ 2024 ແລະປະທານອາຊຽນ BAC ບັນດາປະເທດອາຊຽນ ໄດ້ຊົມເຊີຍຜົນງານທີ່ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມໃນຊຸມປິຜ່ານມາ; ຕີລາຄາສູງບົດບາດຂອງຫວຽດນາມ ໃນການປະກອບສ່ວນເຂົ້າໃນການກໍ່ສ້າງອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ສະໜິດຕິດພັນ; ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນການຮ່ວມມືພາກພື້ນແມ່ຂອງເປີດກ້ວາງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC). ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາຍົກລັດຖະມົນຕີ  ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດອາຊຽນ ສະໜັບສະໜູນລາວ ຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ 44-45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໃຫ້ປະສົບຜົນສໍາເລັດ, ປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ນັບມື້ນັບສາມັກຄີ ແລະໝັ້ນຄົງເຂັ້ມແຂງ. ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລ້ວ, ລັດຖະບານບັນດາປະເທດອາຊຽນ ຍາມໃດກໍ່ຖືວິສາຫະກິດແມ່ນກະດູກສັນຫຼັງຂອງພື້ນຖານເສດຖະກິດອາຊຽນ, ແມ່ນພື້ນຖານໃຫ້ການເຕີບໂຕດ້ານເສດຖະກິດໃນໄລຍະຍາວ ແລະຍືນຍົງຂອງພາກພື້ນ. ດ້ວຍບົດບາດກໍ່ສ້າງ, ລັດຖະບານບັນດາປະເທດອາຊຽນ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ປະຊາຄົມວິສາຫະກິດ ແລະນັກທຸລະກິດພັດທະນາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຈະຮຽກຮ້ອງການນຳບັນດາປະເທດອາຊຽນ ມີນະໂຍບາຍບຸລິມະສິດໃຫ້ວິສາຫະກິດບັນດາປະເທດອາຊຽນ; ພ້ອມທັງປາດຖະໜາວ່າ ບັນດາວິສາຫະກິດຈະປ່ຽນແປງໃໝ່ຈິນຕະນາການ, ວິທີເຮັດ, ລະດົມແຫຼ່ງກຳລັງພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ບັນດາສະມາຊິກອາຊຽນ BAC ຈະສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ນຳອາຊຽນ ກາຍເປັນສະຖານທີ່ດຶງດູດແຖວໜ້າຂອງນັກລົງທຶນ ແລະປະກອບສ່ວນຊຸກຍູ້ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ ແລະຍືນຍົງ.

ໂດຍ: ເຈິ່ນຮວ່ຽນ