ເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ ຢ່າງຈົບງາມ
ຕອນເຊົ້າວັນທີ 13 ກັນຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ (ໃນລະຫວ່າງວັນທີ 10-13 ກັນຍາ).
    |
 |
ເລຂາທິການໃຫຍ່, ປະທານປະເທດລາວ ສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ ຢ່າງຈົບງາມ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມ ຫວຽດນາມ-ລາວ”. ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ເສີມຂະຫຍາຍ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງບັນດາຄະນະຂອງພັກ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ, ໝູ່ຄະນະ, ອົງການຈັດຕັ້ງປະຊາຊົນ ແລະບັນດາທ້ອງຖິ່ນຂອງສອງປະເທດ, ໂດຍສະເພາະແມ່ນບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມກັນ.
ສອງຝ່າຍເຫັນດີເປັນເອກະພາບ ແລະຕີລາຄາສູງໝາກຜົນອັນດີງາມຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະການຢ້ຽມຢາມທາງລັດຖະກິດລາວ ຂອງທ່ານ ໂຕເລີມ ໃນຖານະຕຳແໜ່ງເປັນປະທານປະເທດ ເມື່ອເດືອນກໍລະກົດ 2024, ແມ່ນຂີດໝາຍໃນປະຫວັດສາດການພົວພັນ ຫວຽດນາມ-ລາວ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ພັດມະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຄວາມວັດທະນາຖາວອນຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕີພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ແຫຼ່ງຄັດຈາກ: vovworld.vn