ທີ່ການຕ້ອນຮັບ, ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ການນຳສອງທ່ານເຫັນດີເປັນເອກະພາບສົມທົບກັນພັດທະນາການພົວພັນບົນຈິດໃຈ “ຄູ່ຮ່ວມມືທີ່ຈິງໃຈ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ”; ກຳນົດ 3 ບຸລິມະສິດໃນການຮ່ວມມືດ້ານການເມືອງ - ການທູດ, ເຊິ່ງລວມມີ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ; ສົມທົບກັນ ແລະສະໜັບສະໜູນ ເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນເຊິ່ງກັນ ແລະກັນໃນການຊຸກຍູ້ການຮ່ວມມືໃນລະດັບພາກພື້ນ, ໃນນັ້ນ Guinea-Bissau ໜູນຊ່ວຍຫວຽດນາມ ຍູ້ແຮງການພົວພັນຮ່ວມມືກັບສະຫະພາບອາຟະລິກາ, ປະຊາຄົມເສດຖະກິດບັນດາປະເທດອາຟະລິກາຕາເວັນຕົກ (ECOWAS), ຫວຽດນາມ ເປັນຂົວຕໍ່ໃຫ້ການຮ່ວມມືລະຫວ່າງ Guinea-Bissau ກັບອາຊຽນ ແລະບັນດາປະເທດສະມາຊິກ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Umaro Sissoco Embal ປະທານາທິບໍດີ Guinea-Bissau. ພາບ: qdnd.vn |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຝ່າຍດຽວຂອງ Guinea-Bissau ໃນການຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນການທູດ ແລະລັດຖະການຫວຽດນາມ ເພື່ອອຳນວຍຄວາມສະດວກໃຫ້ການເພີ່ມທະວີການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງສອງປະເທດ. ຕີລາຄາສູງບົດຮຽນປະສົບການ ແລະນະໂຍບາຍຂອງຫວຽດນາມ ໃນການຄຸ້ມຄອງເສດຖະກິດມະຫາພາກ ແລະການເຊື່ອມໂຍງເຂົ້າກັບສາກົນປະສົບຜົນສໍາເລັດ, ທ່ານປະທານາທິບໍດີ Guinea-Bissau ສະໜັບສະໜູນຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບມາດຕະການບຸລິມະສິດໃນການຮ່ວມມືດ້ານເສດຖະກິດ.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ຕາມນັ້ນແລ້ວ, ສອງປະເທດຈະຫັນບັນດາສິນຄ້າສົ່ງອອກປະເພດຕ່າງໆ ເປັນຫຼາຍຮູບຫຼາຍແບບ ບົນພື້ນຖານປະເພດສິນຄ້າຕົ້ນຕໍແມ່ນໝາກມ່ວງຫິມະພານ ແລະ ເປີດກວ້າງປະເພດສິນຄ້າທີ່ມີທ່າແຮງ, ຄື: ເຂົ້າສານ, ເຄື່ອງຕໍ່າແຜ່ນຕັດຫຍິບ, ເຄື່ອງໃຊ້ໃນຄອບຄົວ, ເຄື່ອງຈັກ, ອຸປະກອນໄຟຟ້າ, ສິນທະເລ...; ຊຸກຍູ້ການແລກປ່ຽນຄະນະວິສາຫະກິດ, ເພີ່ມທະວີຂໍ້ມູນຂ່າວສານກ່ຽວກັບຕະຫຼາດ ແລະກາລະໂອກາດຮ່ວມມືດໍາເນີນທຸລະກິດ, ການລົງທຶນ; ຊຸກຍູ້ການຮ່ວມມືດ້ານກະສິກຳ, ການປຸງແຕ່ງກະສິກຳ, ສິນໃນນໍ້າ, ສິນທະເລ, ສົມທົບກັນຂົນຂວາຍບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາອົງການຈັດຕັ້ງສາກົນ ເຂົ້າຮ່ວມການຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານກະສິກຳ 3 ຝ່າຍ, ປະກອບສ່ວນຊ່ວຍໃຫ້ Guinea-Bissau ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເພີ່ມເຕີມການສົ່ງອອກ; ເພີ່ມທະວີການຮ່ວມມື ແລະແລກປ່ຽນບົດຮຽນໃນຂົງເຂດການຮ່ວມມືກ່ຽວກັບຊ່ຽວຊານດ້ານການແພດ ແລະການສຶກສາ; ປັບປຸງ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມື ແລະເຈລະຈາ, ລົງນາມໃນຂໍ້ຕົກລົງ, ສ້າງກອບນິຕິກຳທີ່ສະດວກ ໃຫ້ແກ່ການຮ່ວມມືສອງຝ່າຍ.
* ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Umaro Sissoco Embal ປະທານາທິບໍດີ ສາທາລະນະລັດ Guinea-Bissau.
ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສະພາແຫ່ງຊາດສອງປະເທດ ເພີ່ມທະວີການຮ່ວມມື, ເສີມຂະຫຍາຍບົດບາດຂອງການທູດລັດຖະສະພາໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ; ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນ, ສະມາຊິກສະພາແຫ່ງຊາດຂອງສອງປະເທດ ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນປະສົບການ ໃນການເຄື່ອນໄຫວດ້ານນິຕິບັນຍັດ, ການຕິດຕາມກວດກາ ແລະການຕັດສິນບັນດາບັນຫາສຳຄັນຂອງປະເທດ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Umaro Sissoco Embal ປະທານາທິບໍດີ Guinea-Bissau ທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ |
ເຫັນດີຕໍ່ກັບຂໍ້ສະເໜີຂອງທ່ານ ເຈິ່ນແທັງເໝິນ, ທ່ານປະທານາທິບໍດີ Umario Sissoco Embal ເນັ້ນໜັກວ່າ: Guinea-Bissau ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ພ້ອມທັງໃຫ້ຮູ້ວ່າ ພາຍຫຼັງການເລືອກຕັ້ງຂອງ Guinea-Bissau ຈະສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ-Guinea-Bissau
ໂດຍ: ທູຈາງ