ທ່ານ ເຈິ່ນແທັງເໝິນ ເຊື່ອໝັ້ນວ່າການຢ້ຽມຢາມຈະປະກອບສ່ວນສໍາຄັນ, ປັບປຸງ ແລະສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອໄດ້ສ້າງຂຶ້ນມາຈາກປະຫວັດສາດແຫ່ງຄວາມສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນມື່ອກ່ອນ.

ທ່ານ Umaro Sissoco Embalo ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນການຕັດສິນໃຈ, ນໍາການພົວພັນຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ຂຶ້ນສູ່ລະດັບສູງໃໝ່, ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Umaro Sissoco Embalo ໃຫ້ຮູ້ວ່າ ການພົບປະສອງຝ່າຍກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດປະສົບຜົນສຳເລັດທີ່ສຸດ, ໃນນັ້ນ ສອງຝ່າຍໄດ້ແຈ້ງໃຫ້ກັນຊາວກ່ຽວກັບສະພາບການຂອງແຕ່ລະປະເທດ, ພ້ອມທັງເຊັນເອກະສານຮ່ວມມືສໍາຄັນຫຼາຍສະບັບທາງດ້ານການເມືອງ-ການຕ່າງປະເທດ, ກະສິກໍາ... ສິ່ງເຫຼົ່ານີ້ ໄດ້ສະແດງໃຫ້ເຫັນວ່າ Guinea-Bissau ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືກັບຫວຽດນາມ.

ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຊົມເຊີຍ ແລະສະໜັບສະໜູນເລື່ອງສອງປະເທດໄດ້ເຊັນເອກະສານຮ່ວມມືຫຼາຍສະບັບ, ສ້າງກອບນິຕິກໍາທີ່ສະດວກເພື່ອຊຸກຍູ້ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນໄລຍະຈະມາເຖິງຢ່າງຮອບດ້ານ, ມີປະສິດທິຜົນ ແລະແທດຈິງກວ່າ. ພັກ, ສະພາແຫ່ງຊາດ ແລະລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບບັນດາປະເທດເພື່ອນມິດຢູ່ອາຟະລິກາ, ໃນນັ້ນມີ Guinea-Bissau.

ສອງຝ່າຍສົມທົບກັນ, ເພີ່ມທະວີການຕິດຕາມກວດກາ, ຮັບປະກັນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືເຊິ່ງສອງຝ່າຍໄດ້ລົງນາມໃຫ້ມີປະສິດທິຜົນ, ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດໃນການສ້າງກອບນິຕິກໍາທີ່ສະດວກເພື່ອໃຫ້ລັດຖະບານ, ກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງ, ວິສາຫະກິດສອງປະເທດເພີ່ມທະວີການຮ່ວມມືໃນທຸກຂົງເຂດ; ເພີ່ມທະວີການພົບປະ ແລະສົມທົບກັນຢູ່ເວທີປາໄສລັດຖະສະພາສາກົນ; ສະໜັບສະໜູນເຊິ່ງກັນ ແລະກັນກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ...

ໂດຍ: ໄຊນີດາ