ຕອນບ່າຍວັນທີ 6 ກັນຍາ, ຢູ່ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ກົມການເມືອງໄດ້ປະຊຸມເພື່ອປະກອບຄຳເຫັນໃສ່ຮ່າງບົດລາຍງານຕີລາຄາ 5 ປີແຫ່ງການຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ 2021-2030, ທິດທາງ ແລະໜ້າທີ່ພັດທະນາເສດຖະກິດ-ສັງຄົມ 5 ປີ 2026-2030.

ທີ່ການປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ  ເນັ້ນໜັກວ່າ: ການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021-2030 ໄດ້ຮັບການຜັນຂະຫຍາຍໃນສະພາບທີ່ໂລກ ແລະພາຍໃນປະເທດມີການຜັນແປຢ່າງສັບສົນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງບັນລຸໄດ້ບັນດາໝາກຜົນສຳຄັນຫຼາຍຢ່າງ, ໂດຍພື້ນຖານແລ້ວແມ່ນບັນລຸໄດ້ບັນດາຄາດໝາຍທີ່ວາງອອກ. ພິເສດ, ຫວຽດນາມ ຖືກຈັດເຂົ້າໃນກຸ່ມປະເທດອຸດສາຫະກຳທີ່ຫາກໍ່ພົ້ນເດັ່ນ, ລື່ນກາຍລະດັບລາຍຮັບປານກາງຕ່ຳ, ດັດຊະນີພັດທະນາມະນຸດໄດ້ຮັບການປັບປຸງ.

leftcenterrightdel
ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: Vov.vn

ບົນພື້ນຖານທັດສະນະ ແລະເປົ້າໝາຍການພັດທະນາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງວ່າ ບົດລາຍງານຄວນຊີ້ແຈ້ງບັນດາໜ້າທີ່ ແລະວິທີແກ້ໄຂຕົ້ນຕໍເພື່ອສືບຕໍ່ປັບປຸງລະບອບລະບຽບການພັດທະນາໃຫ້ສົມບູນແບບ ແລະຍົກສູງຄຸນນະພາບຂອງລະບອບລະບຽບການເສດຖະກິດການຕະຫຼາດກໍານົດທິດສັງຄົມນິຍົມ; ພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນຢ່າງເຂັ້ມແຂງ; ສືບຕໍ່ຊຸກຍູ້ການຫັນເປັນອຸດສາຫະກຳ, ທັນສະໄໝ, ພັດທະນາວັດທະນະທຳ, ຮັບປະກັນຄວາມກ້າວໜ້າ ແລະຄວາມຍຸຕິທຳໃນສັງຄົມ; ການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ; ການປົກປ້ອງສິ່ງແວດລ້ອມ; ປັບປຸງ, ເພີ່ມທະວີການປ້ອງກັນຊາດ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດ; ເຊື່ອມໂຍງເຂົ້າກັບສາກົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນສັງຄົມ; ຍູ້ແຮງການກໍ່ສ້າງລັດທີ່ປົກຄອງດ້ວຍກົດໝາຍສັງຄົມນິຍົມ.

ໂດຍ: ໄຊນີດາ