ຢູ່ບັນດາທ້ອງຖິ່ນ, ໂດຍຕາງໜ້າໃຫ້ແກ່ການນຳພັກ, ລັດ, ທ່ານ ໂຕເລິມ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງຄອບຄົວທີ່ຍາດຕິພີ່ນ້ອງເສຍຊີວິດຍ້ອນພາຍຸ, ນ້ຳຖ້ວມ; ແບ່ງປັນຢ່າງເລິກເຊິ່ງກ່ຽວກັບຄວາມຫຍຸ້ງຍາກ, ຄວາມເຈັບປວດສູນເສຍຂອງປະຊາຊົນຢູ່ເຂດທີ່ໄດ້ຮັບຜົນສະທ້ອນຈາກພາຍຸ, ນ້ຳຖ້ວມ. ທ່ານ ໂຕເລິມ ຊີ້ແຈ້ງວ່າ ໃນຊຸມມື້ຜ່ານມາ, ພັກ, ລັດ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ກຳລັງປະກອບອາວຸດ ແລະປະຊາຊົນໃນທົ່ວປະເທດໄດ້ຜັນຂະຫຍາຍຫຼາຍມາດຕະການແກ້ໄຂຢ່າງແຂງແຮງ ແລະຄົບຊຸດ ເພື່ອແນໃສ່ຫຼຸດຜ່ອນຄວາມເສຍຫາຍຈາກພາຍຸ, ນ້ຳຖ້ວມກໍ່ຂຶ້ນ. ທ່ານ ໂຕເລິມ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງບັນດາຜົນງານຂອງການນໍາພາ, ຊີ້ນຳ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຫົວທີ 3 ຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ, ກຳລັງປະກອບອາວຸດສອງແຂວງຕວຽນກວາງ ແລະແຂວງຝູເທາະ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ລົງກວດກາວຽກງານແກ້ໄຂບາງຈຸດສຳຄັນຢູ່ເຂດຄູກັນນ້ຳໂລ, ຕາແສງເຈື່ອງຊີງ (ເຊີນເຢືອງ, ຕວຽນກວາງ). ພາບ: ຟ້າມກຽນ

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ບົນພື້ນຖານຄວາມເຫັນດີເປັນເອກະພາບກັບທິດທາງຂອງຄະນະພັກແຂວງຕວຽນກວາງ ແລະແຂວງຝູເທາະ ໄດ້ວາງອອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ບໍ່ພຽງແຕ່ແຂວງຕວຽນກວາງ ແລະແຂວງຝູເທາະ ເທົ່ານັ້ນ ໝົດທຸກແຂວງພາກເໜືອທີ່ໄດ້ຮັບຜົນສະທ້ອນຈາກພາຍຸຕ້ອງກຳນົດວ່າ “ການກອບກູ້ຊີວິດປະຊາຊົນແມ່ນບຸລິມະສິດສູງສຸດ”, “ກໍາລັງແຮງກຳລັງປະກອບອາວຸດແມ່ນເປັນຫຼັກ” ເພື່ອຜັນຂະຫຍາຍທຸກມາດຕະການຢ່າງຄົບຊຸດ ແລະເດັດຂາດນັບແຕ່ການປ້ອງກັນຈົນເຖິງການກູ້ໄພ, ກູ້ຊີບ.

ເນື່ອງໃນໂອກາດນີ້, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມອບເງິນ 20 ຕື້ດົ່ງໜູນຊ່ວຍແຂວງຕວຽນກວາງ ແລະ 30 ຕື້ດົ່ງ ໜູນຊ່ວຍແຂວງຝູເທາະ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຫົວທີ 3 ກໍ່ຂຶ້ນ.

ໂດຍ: ຈາງຫງວຽນ