leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່ອນທີ່ດໍາເນີນການພົບປະເຈລະຈາໃນວັນທີ 10 ກັນຍາ ຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ-ລາວ. ພາຍຫຼັງກັບຄືນປະເທດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສົ່ງຈົດໝາຍຂອບໃຈມາຍັງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ.

ໃນຈົດໝາຍ, ຕາງໜ້າຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະການນຳພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ, ພິເສດແມ່ນປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ, ເຕັມໄປດ້ວຍນໍ້າໃຈສະຫາຍ, ອ້າຍນ້ອງໃນຕະຫຼອດໄລຍະດໍາເນີນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະແດງຄວາມປະທັບໃຈຕໍ່ຜົນຂອງການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ກໍ່ຄືການແລກປ່ຽນຄຳເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ແລະຄວາມເຫັນດີເປັນເອກະພາບສູງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ໃນການຕີລາຄາໝາກຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ກໍ່ຄືໃຫ້ຄຳໝັ້ນສັນຍາສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ເຊື່ອມຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ-ລາວ ໃນທຸກດ້ານ, ເພີ່ມທະວີ ແລະຂຸດຄົ້ນທ່າແຮງຂອງແຕ່ລະປະເທດ, ຊ່ວຍເຫຼືອກັນພັດທະນາ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ໃນຈົດໝາຍທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ “ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະພັນລະຍາພ້ອມດ້ວຍການນຳຂັ້ນສູງພັກ, ລັດຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດໃນຕຳແໜ່ງອັນສູງສົ່ງຂອງຕົນ”.

ໂດຍ: ເຈິ່ນຮວ່ຽນ