ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຖື ອາເມລິກາ ແມ່ນຄູ່ຮ່ວມມືສໍາຄັນ ແລະປາດຖະໜາຢາກສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນກັບອາເມລິກາ ເລິກເຊິ່ງກວ່າອີກ. ພິເສດການຮ່ວມມືກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ອຸດສາຫະກໍາເຕັກໂນໂລຢີສູງ ແລະເຄ່ິງຊັກນໍາໄຟຟ້າໄດ້ກໍານົດວ່າແມ່ນເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Tim Hughes ຮອງປະທານກຸ່ມບໍລິສັດ SpaceX ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍຖືວ່າ ດ້ວຍກວ່າ 1.300 ໂຄງການລົງທຶນມີເງິນຈົດທະບຽນທັງໝົດກວ່າ 11,8 ຕື້ໂດລາສະຫະລັດຂອງອາເມລິກາ ຢູ່ຫວຽດນາມ, ການພົວພັນເສດຖະກິດລະຫວ່າງຫວຽດນາມ-ອາເມລິກາ ຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສອງປະເທດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກ ທີ່ສຸດເພື່ອໃຫ້ວິສາຫະກິດອາເມລິກາ ປະສົບຜົນສໍາເລັດຢູ່ຫວຽດນາມ, ບົນເນື້ອໃນຈິດໃຈ “ຜົນປະໂຫຍດກົມກ່ຽວ, ຄວາມສ່ຽງແບ່ງປັນ”.

ແຈ້ງໃຫ້ຊາບກ່ຽວກັບຍຸດທະສາດພັດທະນາຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ພວມສ້າງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ...; ປາດຖະໜາຢາກໃຫ້ມີບັນດາວິສາຫະກິດເຕັກໂນໂລຢີຂະໜາດໃຫຍ່, ໃນນັ້ນມີ SpaceX ມາຮ່ວມມີ, ລົງທຶນຢູ່ຫວຽດນາມ.

ທ່ານ Tim Hughes ຕີລາສູງຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ, ກຸ່ມບໍລິສັດ SpaceX ໄດ້ກະກຽມຄວາມພ້ອມ ແລະປາດຖະໜາຢາກລົງທຶນ, ສະໜອງບໍລິການອິນເຕີແນັດດາວທຽມ Starlink ຢູ່ຫວຽດນາມ, ໃນນັ້ນມີການສະໜອງບໍລິການ Starlink ໃນຂົງເຂດສຶກສາ, ບຳລຸງກໍ່ສ້າງ, ປ້ອງກັນ, ຕ້ານໄພທໍາມະຊາດ... ທ່ານ Tim Hughes ສະເໜີໃຫ້ຫວຽດນາມ ກະກຽມບັນດາໂຄງລ່າງ ແລະເງື່ອນໄຂທີ່ຈໍາເປັນອື່ນ ເພື່ອໃຫ້ໂຄງການເສີມຂະຫຍາຍປະສິດທິຜົນສູງ, ປະກອບສ່ວນພ້ອມກັບຫວຽດນາມ ກະຈາຍສັນຍານອິນເຕີແນັດໃຫ້ພົນລະເມືອງໄດ້ 100%.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ SpaceX ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຜັນຂະຫຍາຍໂຄງການຮ່ວມມືຮັບປະກັນການປະຕິບັດຂໍ້ກຳນົດຂອງກົດໝາຍ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂໍ້ມູນຂ່າວສານ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ກຸ່ມບໍລິສັດ SpaceX ມີທ່າແຮງ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ກຸ່ມບໍລິສັດ SpaceX ຊ່ວຍຫວຽດນາມ ຖ່ອຍທອດເຕັກໂນໂລຢີ, ບໍາລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ບົດຮຽນໃນການບໍລິຫານ; ເປີດກວ້າງການພົວພັນຄູ່ຮ່ວມມືກັບວິສາຫະກິດຫວຽດນາມ, ພັດທະນາ ບັນດາຂະແໜງອຸດສາຫະກໍາສໍາຮອງ, ພັດທະນາລະບົບນິເວດ, ຄົ້ນຄວ້າ ແລະພັດທະນາ, ຖ່າຍທອດເຕັກໂນໂລຢີ, ນຳຫວຽດນາມ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກໃຫ້ເລິກເຊິ່ງກວ່າເກົ່າ.

ໂດຍ: ໄຊນີດາ