ທີ່ການພົບປະ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະທ່ານ Umaro Sissoco Embalo ປະທານາທິບໍດີ Guinea-Bissau ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ວາງທິດທາງອອກ ເພື່ອແນໃສ່ຍົກສູງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງກວ່າອີກ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: Vov.vn

ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະທຸກຂັ້ນເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ສ້າງການຫັນປ່ຽນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນເຊິ່ງຫວຽດນາມ ມີທ່າແຮງ ແລະ Guinea-Bissau ມີຄວາມຕ້ອງການ, ຄື: ກະສິກໍາ, ແລກປ່ຽນບົດຮຽນໃນການສ້າງນະໂຍບາຍ, ຮູບແບບພັດທະນາ, ບໍາລຸງກໍ່ສ້າງພະນັກງານຄຸ້ມຄອງ... ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດ, ທ່ານປະທານາທິບໍດີ Guinea-Bissau ໃຫ້ຮູ້ວ່າ ຈະຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນທາງການທູດ ແລະທາງລັດຖະການ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ; ແບ່ງປັນວິໄສທັດລວມກ່ຽວກັບຄວາມສໍາຄັນຂອງການຮັບປະກັນຄວາມສະຫງົບ, ປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ, ເນັ້ນໜັກສະໜັບສະໜູນແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

ພາຍຫຼັງການພົບປະສອງຝ່າຍ, ທ່ານ ໂຕເລິມ ແລະທ່ານ Umaro Sissoco Embalo ໄດ້ເປັນສັກຂີພິຍານພິທີລົງນາມ, ແລກປ່ຽນເອກະສານຮ່ວມມືສອງຝ່າຍລະຫວ່າງສອງປະເທດໃນຂົງເຂດການຕ່າງປະເທດ ແລະກະສິກໍາລະຫວ່າງສອງກະຊວງກະສິກໍາ ແລະພັດທະນາຊົນນະບົດ.

ໂດຍ: ໄຊນີດາ