leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອມອບໜ້າທີ່ໃຫ້ແກ່ທ່ານເອກອັກຄະລັດຖະທູດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະລາວ; ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ. ທ່ານຫວັງວ່າ ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ-ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ພັກ, ລັດ ແລະປະຊາຊົນສອງປະເທດ. ພ້ອມທັງເສີມຂະຫຍາຍບົດບາດເປັນຫົວໜ້າອົງການຜູ້ຕາງໜ້າ, ເປັນຂົວຕໍ່ຊ່ວຍຜູກພັນ ແລະພັດທະນາການພົວພັນແບບພິເສດ ລາວ-ຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມນຳການພົວພັນ ຫວຽດນາມ-ລາວ ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດພ້ອມທັງເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ-ລາວ, ລະຫວ່າງສາມພື້ນຖານເສດຖະກິດ ຫວຽດນາມ-ລາວ-ກຳປູເຈຍ ກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ