ທ່ານ Albert Chua ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສິງກະໂປ ໃນພາກພື້ນ; ບັນດາກົນໄກຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ, ໃນນັ້ນມີກົນໄກປຶກສາຫາລືການເມືອງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລືດ້ານການເມືອງຫວຽດນາມ - ສິງກະໂປ ຄັ້ງທີ 16. ພາບ: qdnd.vn

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບກະກຽມໃຫ້ແກ່ການພົບປະແລກປ່ຽນ ແລະການພົບປະຂັ້ນສູງໃຫ້ເປັນຢ່າງດີ, ກ່ອນອື່ນໝົດແມ່ນກົນໄກພົບປະປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ທ່ານ; ເພີ່ມທະວີການຕິດພັນສອງພື້ນຖານເສດຖະກິດ, ນໍາການຮ່ວມມືໃນຂົງເຂດສຳຄັນອື່ນໆ ເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ໃຫ້ເຂົ້າສູ່ລວງເລິກ.

2 ຝ່າຍກໍ່ໄດ້ແບ່ງປັນການຕີລາຄາ ແລະການຕັດສິນໃຈກໍ່ສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ການຮ່ວມມື ແລະພັດທະນາ; ພ້ອມກັບບັນດາປະເທດອາຊຽນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະຄົບຖ້ວນ ແລະສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີຄຸນນະພາບ, ມີປະສິດທິພາບ, ປະສິດທິຜົນໂດຍໄວ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

* ເນື່ອງໃນໂອກາດນີ້, ທ່ານ ໂດ໊ຮຸ່ງຫວຽດ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ.

ໂດຍ: ທະນາພອນ