leftcenterrightdel
ຄະນະປະຕິບັດງານຂອງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດລາວ ຢ້ຽມຊົມໂຮງງານຜະລິດເຄື່ອງອາໄຫຼ່ ຢູ່ກຸ່ມບໍລິສັດ Thaco. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ລົງສໍາຫຼວດຕົວຈິງຢູ່ຕາມໂຮງຈັກ, ໂຮງງານຜະລິດ, ປະກອບລົດໂອໂຕຂອງກຸ່ມບໍລິສັດ ເຈື່ອງຫາຍ - Thaco ແລະເຂດເສດຖະກິດເປີດ ຈູລາຍ, ທ່າເຮືອ ຕາມຮຽບ. ຕາມທ່ານ ເຈິ່ນບ໊າເຢືອງ ປະທານສະພາບໍລິຫານກຸ່ມບໍລິສັດ Thaco ໃຫ້ຮູ້ວ່າ, ປັດຈຸບັນ Thaco ພວມຜັນຂະຫຍາຍໂຄງການກະສິກໍາອົງຄະທາດຂະໜາດໃຫຍ່ຢູ່ ລາວ ໃນເນື້ອທີ່ເກືອບ 27.000 ເຮັກຕາ. ໃນນັ້ນ HAGL AGRICO ລາວ, ສະມາຊິກຂອງກຸ່ມບໍລິສັດ Thaco ໄດ້ສົ່ງອອກຫຼາຍຜະລິດຕະພັນກະເສດ, ແກ້ໄຂວຽກເຮັດງານທໍາໃຫ້ຜູ້ອອກແຮງງານທ້ອງຖິ່ນໄດ້ຫຼາຍສິບພັນຄົນ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ລາວ ຕີລາຄາສູງຂອບຂະໜາດ ແລະປະສິດທິຜົນບັນດາໂຄງການຂອງກຸ່ມບໍລິສັດ Thaco ຢູ່ ລາວ, ຢັ້ງຢືນວ່າ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ, ໃນນັ້ນ ມີບໍລິສັດຫຸ້ນສ່ວນກຸ່ມບໍລິສັດ ເຈື່ອງຫາຍ - Thaco ທີ່ລົງທຶນຢູ່ ລາວ, ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ລະຫວ່າງແຂວງກວ໋າງນາມ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ.

ໂອກາດນີ້, ຄະນະປະຕິບັດງານຂອງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດ ລາວ ໄດ້ໄປຢ້ຽມຊົມປູຊະນີຍະສະຖານເຂດຕໍ່ຕ້ານພາກໃຕ້ ລາວ ຢູ່ ເມືອງ ຝູນິງ.

ໂດຍ: ໄຊຊະນະ