ເຫດການ ໄດ້ດຶງດູດນັກຮຽນຮູ້ຫວຽດນາມ ຫຼາຍຄົນ ກໍຄື ບັນດານັກຫວຽດນາມວິທະຍາ ທີ່ມາຈາກບັນດາມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າທີ່ມີຊື່ສຽງຂອງສະຫະພັນລັດເຊຍ ເຂົ້າຮ່ວມ. ໃນບົດກ່າວຄໍາເຫັນເປີດສາກກອງປະຊຸມສໍາມະນາ, ທ່ານ Yury Kulchin ປະທານສາຂາຕາເວັນອອກໄກຂອງສະພາມະຫາບັນດິດວິທະຍາສາດ ສະຫະພັນລັດເຊຍ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍມີທີ່ຕັ້ງສໍາຄັນ ແລະສະຫະພັນລັດເຊຍ ປາດຖະໜາຢາກພັດທະນາການພົວພັນຍືນຍົງກັບຫວຽດນາມ.

leftcenterrightdel
ເວທີປາໄສເສດຖະກິດຕາເວັນອອກ ຄັ້ງທີ IX ດໍາເນີນຢູ່ມະຫາວິທະຍາໄລສັງລວມ ສະຫະພັນຕາເວັນອອກໄກ (FEFU) ນອນໃນເກາະ Russkyi ຢູ່ນະຄອນ Vladivostok. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມສໍາມະນາ ສຸມໃສ່ວິເຄາະບັນດາແງ່ມຸມກ່ຽວກັບປະຫວັດສາດ, ການເມືອງ ແລະຄວາມໝັ້ນຄົງ. ບັນດານັກຮຽນຮູ້ ສະເໜີຜົນການຄົ້ນຄວ້າກ່ຽວກັບເຫດການປະຫວັດສາດສໍາຄັນທີ່ກະທົບເຖິງສອງປະເທດ, ກໍຄື ປຶກສາຫາລືກ່ຽວກັບກໍາລັງໜູນຂອງການພົວພັນ ລັດເຊຍ-ຫວຽດນາມ ໃນປັດຈຸບັນ ແລະແງ່ຫວັງການພົວພັນໃນອະນາຄົດ. ສ່ວນຫຼາຍບັນດາບົດກ່າວຄໍາເຫັນລ້ວນແຕ່ຍົກໃຫ້ເຫັນການພົວພັນທີ່ສະໜິດຕິດພັນຂອງສະຫະພັນລັດເຊຍ ກັບຫວຽດນາມ, ເລີ່ມຕົ້ນແຕ່ສະໄໝ ໂຊວຽດ ໃນເມື່ອກ່ອນ, ພ້ອມທັງສະແດງຄວາມປາດຖະໜາຢາກປັບປຸງ ແລະຊຸກຍູ້ການພົວພັນທີ່ສະໜິດສະໜົມນີ້.

ທີ່ກອງປະຊຸມສໍາມະນາ, ທ່ານ Vitaly Naumkin ຜູ້ອໍານວຍການວິທະຍາສາດຂອງສະຖາບັນຕາເວັນອອກວິທະຍາ ຂຶ້ນກັບສະພາມະຫາບັນດິດວິທະຍາສາດ ສະຫະພັນລັດເຊຍ ໄດ້ແນະນໍານິພົນເລືອກເຟັ້ນ “ໂຊວຽດ ແລະຫວຽດນາມ ໃນສົງຄາມ ອິນດູຈີນ ຄັ້ງທີສອງ 1959-1975” ໂດຍ ອົງການສຳເນົາ ສະຫະພັນລັດເຊຍ ຮຽບຮຽງ.

ຢູ່ນອກ EEF 2024 ໄດ້ດໍາເນີນການແລກປ່ຽນລະຫວ່າງທ່ານ ຮສຈ. ປອ ຫງວຽນຈ໊ຽນຖັ໊ງ, ຫົວໜ້າສະຖາບັນຄົ້ນຄວ້າເອີລົບ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ກັບທ່ານ Evgeny Vlasov ຮອງອໍານວຍການຮັບຜິດຊອບການພົວພັນສາກົນ ແລະພະນັກງານມະຫາວິທະຍາໄລສັງລວມສະຫະພັນຕາເວັນອອກໄກ (FEFU) ກ່ຽວກັບແນວຄວາມຄິດ ແລະທິດທາງຮ່ວມມືສອງຝ່າຍໃນຕໍ່ໜ້າ. ເນື່ອງໃນໂອກາດນີ້, ສອງຝ່າຍ ໄດ້ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື.

ໂດຍ: ໄຊຊະນະ