ໃນສານອວຍພອນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ເນັ້ນໜັກວ່າ ອາເມລິກາ ສະໜັບສະໜູນ ຫວຽດນາມ ເຂັ້ມແຂງ, ວັດທະນາຖາວອນ, ເອກະລາດ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນເດືອນກັນຍານີ້, ຫວຽດນາມ ແລະອາເມລິກາ ຈະສະເຫຼີມສະຫຼອງ 1 ປີແຫ່ງວັນຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງຂີດໝາຍໄລຍະປະຫວັດສາດໃໝ່ໃນການຮ່ວມມື 2 ຝ່າຍ.

leftcenterrightdel
ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາ ກ່າວຄຳເຫັນຢູ່ສະຖານທູດອາເມລິກາ ປະຈຳຫວຽດນາມ. ພາບ: ເຢືອງຫງອກ

ເພື່ອແນໃສ່ເຊີດຊູມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາຄືນໃໝ່ໃນການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບົບການເມືອງຂອງກັນ. ນອກນີ້, ອາເມລິກາ ຍັງປາດຖະໜາຢາກປະຕິບັດບັນດາຄຳໝັ້ນສັນຍາຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃນບັນດາຂົງເຂດສຳຄັນຂອງສອງຝ່າຍ ລວມມີ: ການຮ່ວມມືດ້ານເສດຖະກິດ, ການສຶກສາ, ຄວາມໝັ້ນຄົງ, ສິດທິມະນຸດ, ພະລັງງານ, ສິ່ງແວດລ້ອມ, ສາທາລະນະສຸກ ກໍ່ຄືຄວາມຄາດຫວັງລວມກ່ຽວກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ທີ່ເສລີ, ກວ້າງຂວາງ, ວັດທະນາຖາວອນ ແລະສັນຕິພາບ. ອາເມລິກາ ກໍ່ຊົມເຊີຍໂອກາດ ເພື່ອພ້ອມກັນສະເຫຼີມສະຫຼອງບັນດາເຫດການສຳຄັນໃນປີໜ້າລວມມີທັງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີ.

ໂດຍ: ທະນາພອນ