ນັກຮຽນຮູ້ກູບາ ຍົກໃຫ້ເຫັນບົດບາດນຳພາຂອງພັກກອມມູນິດຫວຽດນາມ
    
    
    
        
            
ກປ.ອອນໄລ - ການເລືອກຕັ້ງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເປັນເລຂາທິການໃຫຍ່ ແມ່ນຄວາມຕັດສິນໃຈຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແນໃສ່ຮັບຮູ້ການປະກອບສ່ວນ, ອິດທິພົນຊື່ສຽງຂອງທ່ານ, ພ້ອມທັງຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຈະສືບຕໍ່ຮັກສາບົດບາດນຳພາຂອງປະເທດ.
        
        
        
            
	ນີ້ແມ່ນຄຳເຫັນຂອງທ່ານ ປອ Ruvislei González Saez ຮອງປະທານສະມາຄົມມິດຕະພາບ ກູບາ-ຫວຽດນາມ, ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈໍາ  La Habana.
	ທ່ານ ປອ Ruvislei González Saez ຕີລາຄາທັດສະນະຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດເມື່ອກ່າວເຖິງແນວທາງພົວພັນຕ່າງປະເທດ, ສະແດງໃຫ້ເຫັນລັກສະນະຕໍ່ເນື່ອງຂອງຍຸດທະສາດພັດທະນາໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ, ພ້ອມທັງກໍານົດປັດໄຈສຳຄັນທີ່ສຸດສຳລັບການພົວພັນສອງຝ່າຍ ແລະຄວາມຈຳເປັນຕ້ອງເພີ່ມທະວີການທູດຫຼາຍຝ່າຍ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານ ປອ Ruvislei González Saez ຮອງປະທານສະມາຄົມມິດຕະພາບ ກູບາ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ | 
		
	
	ນັກຮຽນຮູ້ກູບາ ຕີລາຄາວ່າ ປະຈຸບັນໂລກ ພວມປະເຊີນໜ້າກັບສິ່ງທ້າທາຍອັນເລິກເຊິ່ງທີ່ເກີດຈາກການສູ້ຢັນກັນລະຫວ່າງບັນດາປະເທດມະຫາອຳນາດ, ປະທະກັນ ແລະຂາດສະຖຽນລະພາບໃນທົ່ວໂລກ ເຊິ່ງໄດ້ສົ່ງຜົນສະທ້ອນເຖິງລະບົບມູນຄ່າ ແລະການເຕີບໂຕຂອງເສດຖະກິດທົ່ວໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ຫວຽດນາມ ໄດ້ສະເໜີຍູ້ແຮງຍຸດທະສາດພັດທະນາທີ່ໄດ້ວາງອອກໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII. ທ່ານຕີລາຄາວ່າ ຫວຽດນາມ ມີເງື່ອນໄຂພຽງພໍເພື່ອບັນລຸໄດ້ເປົ້າໝາຍຂອງຕົນ ແລະສຳຄັນກວ່າໝູ່ແມ່ນບັນລຸໄດ້ໄລຍະພັດທະນາໃໝ່. ການຫັນປ່ຽນໄດ້ປະຕິບັດ ແລະສະຖຽນລະພາບຢູ່ຫວຽດນາມ ໄດ້ເຮັດໃຫ້ປະເທດສືບຕໍ່ໄດ້ຮັບການລົງທຶນພໍສົມຄວນ, ກໍ່ຄືການຫັນປ່ຽນໂຄງປະກອບການຜະລິດ.
	ທ່ານ ປອ Ruvislei González Saez ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ສາມາດກ້າວໄປເປັນປະເທດມີລາຍຮັບປານກາງສູງ ແລະແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ຊ້ຳບໍ່ໜໍາອາດຈະໄດ້ເປັນໜຶ່ງໃນ 20 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກໃນປີ 2035 ຫຼືໄກວ່າ.
	ໂດຍ: ເຈິ່ນຮວ່ຽນ