leftcenterrightdel
ທ່ານ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ. ພາບ: ຖຸ່ຍລິງ.

ທີ່ການຕ້ອນຮັບທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ, ທ່ານ ຫງວຽນຈ້ອງເຫງັຍ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ ແລະເຂັ້ມແຂງໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ, ພິເສດແມ່ນບັນດາໝາກຜົນທີ່ຕັ້ງໜ້າໃນການຢ້ຽມຢາມທາງລັດຖະກິດ ເຖິງອິນເດຍ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ. ທ່ານ ຫງວຽນຈ້ອງເຫງັຍ ສະເໜີສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ ທີ່ບັນລຸໄດ້ໃນການຢ້ຽມຢາມ, ເພີ່ມທະວີການພົວພັນຕາມທິດນໍາ “ຫ້າກວ່າ” ເຊິ່ງ ສອງນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບ, ສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ເລິກເຊິ່ງຂຶ້ນຕື່ມ, ນໍາການພົວພັນຮ່ວມມືສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງໃນທຸກຂົງ ເຂດ.

ສ່ວນທ່ານ Sandeep Arya ຖືວ່າ ສອງຝ່າຍຕ້ອງສືບຕໍ່ເສີມຂະຫຍາຍຜົນການຮ່ວມມືທີ່ບັນລຸໄດ້ ແລະຕັ້ງໜ້າຍູ້ແຮງບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ, ຮັບໃຊ້ເປົ້າໝາຍພັດທະນາໄວ, ຍືນຍົງຂອງແຕ່ລະປະເທດ.

* ທີ່ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ, ທ່ານ ຫງວຽນຈ້ອງເຫງັຍ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສໍາຄັນ, ສອງປະເທດ ມີຫຼາຍຈຸດທີ່ຄ້າຍຄືກັນດ້ານຜົນປະໂຫຍດ, ມີຄວາມສາມາດບົ່ມຊ້ອນຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນ ພ້ອມກັນພັດທະນາ. ທ່ານ ຫງວຽນຈ້ອງເຫງັຍ ສະເໜີ ທ່ານ Ito Naoki ສືບຕໍ່ ເປັນຂົວຕໍ່ໃນການເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືລະຫວ່າງພັກ, ລັດ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນສອງປະເທດ, ການຮ່ວມມືທ້ອງຖິ່ນ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາຫວຽດນາມ. ພາບ: ຖຸ່ຍລິງ.

ສ່ວນທ່ານ Ito Naoki ຢັ້ງຢືນວ່າ ເລື່ອງສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນ ຢູ່ອາຊີ ແລະໃນໂລກ ເປັນຂີດໝາຍສໍາຄັນເພື່ອຫວນຄືນການພົວພັນພັດທະນາອັນດີງາມລະຫວ່າງສອງປະເທດ ໃນ 50 ປີຜ່ານມາ. ທ່ານ Ito Naoki ຫວັງວ່າ ສອງຝ່າຍ ຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ເລິກເຊິ່ງຂຶ້ນຕື່ມ ໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ