ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ຄະນະງານສົບແຫ່ງລັດ ແລະຄອບຄົວທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ຂໍຝາກຄຳສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈເຖິງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະເພື່ອນມິດສາກົນທີ່ໄດ້ສະຫງວນນ້ຳໃຈຢ່າງເລິກເຊິ່ງ, ຄວາມອາໄລອາວອນຢ່າງສຸດຊື້ງ ແລະຄວາມເຄົາລົບນັບຖືທີ່ສຸດ ຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ໄດ້ມາວາງພວງມາລາ, ສົ່ງໂທລະເລກ, ແບ່ງເບົາຄວາມເສົ້າສະຫຼົດໃຈ, ເຂົ້າຮ່ວມພິທີກ່າວໄວ້ອາໄລ, ສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

leftcenterrightdel
ທ່ານ ຫງວຽນຈ້ອງເຈື່ອງ, ຕາງໜ້າຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳຂອບໃຈ.  ພາບ: nhandan.vn

ອີກຄັ້ງໜຶ່ງ, ຄະນະງານສົບແຫ່ງລັດ ພ້ອມດ້ວຍຄອບຄົວຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດໃຈຕໍ່ນ້ຳໃຈຄວາມຮັກແພງອັນພິເສດຂອງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວຫວຽດນາມ ຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນທີ່ມີຕໍ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ແລະປະເທດ, ຊາວຫວຽດນາມ ແຫ່ງອະລິຍາທຳ ແລະ ວິລະຊົນ.

ແຫຼ່ງຄັດຈາກ: vovworld.vn