ເຂົ້າຮ່ວມພິທີອາໄລຫາມີທ່ານປະທານປະເທດຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ແລະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ຫຼາຍທ່ານ.

leftcenterrightdel
ການນຳພັກ, ລັດເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ. ພາບ: vovworld.vn

ດ້ວຍຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

ຕອນເຊົ້າວັນທີ 27 ກໍລະກົດ, ບັນດາຄະນະ: ຄະນະພັກການທະການສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກຕຳຫຼວດສູນກາງ - ກະຊວງຕຳຫຼວດ; ກະຊວງແຮງງານ  - ທະຫານເສຍອົງຄະ ແລະສັງຄົມ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ… ກໍໄດ້ໄປເຂົ້າວາງພວງມາລາອາໄລຫາປະທານ ໂຮ່ຈີມິນ ແລະ ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດເຊັ່ນດຽວກັນ.

ໂດຍ: ກວຽດເຕິມ