ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ, ຄວາມເຫັນອົກເຫັນໃຈມາຍັງຄອບຄົວຂອງສະຫາຍ ຫງວຽນຝູຈ້ອງ ແລະປະຊາຊົນຫວຽດນາມ. ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຂຽນໃສ່ປຶ້ມໄວ້ອາໄລວ່າ: “ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຄວາມທຸກໂສກບໍ່ມີອັນປຽບໄດ້. ສະຫາຍໄດ້ສ້າງຜົນງານອັນໃຫຍ່ຫຼວງ ແລະພາລະກິດອັນສະຫງ່າລາສີໃຫ້ພັກ, ລັດ ແລະປະຊາຊົນຫວຽດນາມ. ພວກຂ້າພະເຈົ້າ, ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຈົດຈໍາເຖິງຄຸນງາມຄວາມດີອັນໃຫຍ່ຫຼວງ ແລະການປະກອບສ່ວນອັນລ້ຳຄ່າຂອງສະຫາຍໃຫ້ແກ່ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ. ການຈາກໄປຂອງສະຫາຍເປັນການສູນເສຍເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນລາວ. ຊື່ສຽງ ແລະພາລະກິດຂອງສະຫາຍ ຫງວຽນຝູຈ້ອງ ຈະຍືນຍົງຄົງຕົວພ້ອມກັບພວກຂ້າພະເຈົ້າຕະຫຼອດໄປ”.

leftcenterrightdel
 
leftcenterrightdel
ຄະນະຜູ້ແທນ ສປປ ລາວ ນໍາໂດຍທ່ານ ທອງລຸນ ສີສຸລິດ  ເລຂາທິການໃຫຍ່, ປະທານປະເທດລາວ  ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn

ມາໄວ້ອາໄລ ແລະແບ່ງປັນຄວາມໂສກເສົ້າເສຍດາຍຕໍ່ຄອບຄົວຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກອງທັບ ແລະປະຊາຊົນ ຫວຽດນາມ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຂຽນວ່າ: “ສະຫາຍ ຫງວຽນຝູຈ້ອງ ເປັນຜູ້ນໍາປະຕິວັດທີ່ດີເລີດ ແລະອົງອາດກ້າແກ່ນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ. ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ, ສະຫາຍໄດ້ອຸທິດຕົນກໍາລັງເຫື່ອແຮງ ແລະປັນຍາເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄືກອງທັບ ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ. ໃນເວລາອັນໂສກເສົ້າເສຍດາຍນີ້, ກະຊວງປ້ອງກັນປະເທດລາວ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ຫງວຽນຝູຈ້ອງ. ພັກ, ລັດ ກໍ່ຄື ກອງທັບປະຊາຊົນລາວ ຈະຈົດຈໍາຄຸນງາມຄວາມດີອັນຍິ່ງໃຫຍ່ຂອງສະຫາຍ”.

leftcenterrightdel
ຄະນະຜູ້ແທນ ລາຊະອານາຈັກກໍາປູເຈຍ ນໍາໂດຍທ່ານ Hun Sen  ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງກຳປູເຈຍ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn

ສ່ວນທ່ານ Samdech Techo Hun Sen  ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງກຳປູເຈຍ ໄດ້ຂຽນໃສ່ປຶ້ມໄວ້ອາໄລວ່າ: “ການນຳ ແລະສະມາຊິກພັກປະຊາຊົນກຳປູເຈຍ ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ການນຳ ແລະສະມາຊິກພັກກອມມູນິດຫວຽດນາມ. ການຈາກໄປຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ການນຳພັກປະຊາຊົນກຳປູເຈຍ ຖືກສູນເສຍເພື່ອນມິດສະຫາຍ, ຜູ້ນຳຂອງຫວຽດນາມ ທີ່ມີວິໄສທັດອັນກວ້າງໄກ, ຜູ້ທີ່ໄດ້ສະໜັບສະໜູນຢ່າງແຮງ, ສືບຕໍ່ພັດທະນາສາຍພົວພັນມິດຕະພາບອັນດີງາມ ແລະການຮ່ວມມືທຸກດ້ານມາແຕ່ດົນນານລະຫວ່າງຫວຽດນາມ ແລະກຳປູເຈຍ ບົນຈິດໃຈມິດຕະພາບລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນກຳປູເຈຍພວກເຮົາ. ຂໍຝາກຄວາມໂສກເສົ້າເສຍດາຍນີ້ມາຍັງຄອບຄົວຂອງທ່ານເລຂາທິການໃຫຍ່. ຂໍໃຫ້ດວງວິນຍານຂອງທ່ານເລຂາທິການໃຫຍ່ໄປສູ່ສຸຂະຕິ".

leftcenterrightdel
ຄະນະຜູ້ແທນ ສປ ຈີນ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນ ສ ກູບາ ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນ ສ.ເກົາຫຼີ ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນອົດສະຕາລີ ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນ ສະຫະພາບເອີລົບ ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນ ສປປ.ເກົາຫຼີ ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນຍີ່ປຸ່ນ ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn

ໃນວັນທີ 25 ກໍລະກົດ, ບັນດາຜູ້ແທນສາກົນ ໄດ້ມາໄວ້ອາໄລ, ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ໂດຍ: ທູຈາງ