ພິທີໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ດຳເນີນໄປໃນເວລາດຽວກັນກັບຢູ່ຫໍປະຊຸມທົ໊ງເຍິດ, ນະຄອນໂຮ່ຈີມິນ ແລະບ້ານເກີດຂອງສະຫາຍເລຂາທິການໃຫຍ່ ຢູ່ຕາແສງດົງໂຮ້ຍ, ເມືອງດົງແອັງ, ນະຄອນຮ່າໂນ້ຍ.

ບັນດາຄະນະຜູ້ແທນ ແລະປະຊາຊົນ, ພະນັກງານ, ນັກຮົບໄດ້ເຂົ້າໄວ້ອາໄລ, ສະແດງຄວາມໂສກເສົ້າເສຍດາຍຢ່າງຊຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ຫງວຽນຝູຈ້ອງ,  ຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ,  ເປັນແບບຢ່າງ, ຜູ້ທີ່ມີຄຸນສົມບັດທີ່ດີ, ມີຈິດໃຈກວ້າງຂວາງເອື້ອເຟື້ອເຜື່ອແຜ່ຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ແມ່ນນັກຮຽນດີເລີດຂອງປະທານໂຮ່ຈີມິນ.

leftcenterrightdel
ບັນຍາກາດທີ່ພິທີໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ໂຕເລິມ, ກໍາມະການກົມການເມືອງ, ປະທານປະເທດຫວຽດນາມ ເຂົ້າໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນຄະນະພັກການທະການສູນກາງ ນໍາໂດຍທ່ານພົນເອກ ຟານວັນຢາງ ເຂົ້າໄວ້ອາໄລ ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນໂທ ຈິ້ງວັນກວຽດ ເຂົ້າໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນໂທ ຫງວຽນເຕິນເກືອງ ເຂົ້າໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນບັນດາປະເທດ ເຂົ້າໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: qdnd.vn

ຕອນເຊົ້າວັນທີ 25 ກໍລະກົດ, ເຂົ້າຮ່ວມພິທີໄວ້ອາໄລ, ແບ່ງເບົາຄວາມເສົ້າສະຫຼົດໃຈ ແລະການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ, ປະຊາຊົນ ແລະກອງທັບຫວຽດນາມ ຍັງມີບັນດາຄະນະຜູ້ແທນຂອງພັກ, ລັດ, ລັດຖະບານ ແລະກອງທັບຂອງຫຼາຍປະເທດອ້າຍນ້ອງ, ເພື່ອນມິດສະຫາຍ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການການທູດຂອງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນຢູ່ຫວຽດນາມ ໄດ້ເຂົ້າມາໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ  .

ພິທີໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເລີ່ມດໍາເນີນແຕ່ເວລາ 7 ໂມງ ຮອດ 22 ໂມງ ຂອງວັນທີ 25 ກໍລະກົດ 2024 ແລະແຕ່ເວລາ 7 ໂມງ ຮອດ 13 ໂມງຂອງວັນທີ 26 ກໍລະກົດ 2024. ຄະນະຈັດຕັ້ງພິທີໄວ້ອາໄລ ຈະຈັດແບ່ງເວລາເພື່ອໃຫ້ປະຊາຊົນໄດ້ເຂົ້າໄວ້ອາໄລສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ໂດຍ: ທູຈາງ