ທີ່ການຕ້ອນຮັບ, ທ່ານ ຫງວຽນຈ້ອງເຫງັຍ ໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອຄວາມສະໜິດສະໜົມ, ການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນ ຫວຽດນາມ-ກໍາປູເຈຍ, ໃນນັ້ນມີການປະກອບສ່ວນອັນໃຫຍ່ຫຼວງຂອງຖັນແຖວນັກຮົບເກົ່າທີ່ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອເປົ້າໝາຍລວມຂອງການປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ແລະເສລີພາບຄືນມາໃຫ້ແຕ່ລະປະເທດ.

ທ່ານ ຫງວຽນຈ້ອງເຫງັຍ ຕີລາຄາສູງຕໍ່ການສົມທົບກັນຢ່າງຕັ້ງໜ້າຂອງ ກຳປູເຈຍ ໃນການເຄື່ອນໄຫວຊອກຫາ, ເຕົ້າໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກຳປູເຈຍ; ຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກຂອງລັດຖະບານກຳປູເຈຍ ໃນການແກ້ໄຂບັນຫາສະຖານະທາງດ້ານກົດໝາຍໃຫ້ແກ່ຍາດຕິພີ່ນ້ອງຊາວຫວຽດນາມ ທີ່ອາໄສຢູ່ກຳປູເຈຍ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບກຳປູເຈຍ ໃນການປົກປັກຮັກສາ ແລະເພີ່ມພູນຄູນສ້າງການພົວພັນລະຫວ່າງ ຫວຽດນາມ ແລະກຳປູເຈຍ ໃຫ້ນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ  (ຂວາ) ຕ້ອນຮັບທ່ານພົນເອກ Kun Kim. ພາບ: nhandan.vn

ທ່ານພົນເອກ Kun Kim ໄດ້ຂອບໃຈທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ ແລະຈິງໃຈຕໍ່ຄະນະຜູ້ແທນ. ທ່ານພົນເອກ ໄດ້ສະແດງຄວາມເຄົາລົບນັບຖື ແລະສົ່ງຄໍາແບ່ງປັນຄວາມເສຍໃຈຢ່າງສຸດຊື້ງ, ແບ່ງປັນຄວາມເຈັບປວດ, ສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ເມື່ອທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ  ເຖິງແກ່ມໍລະນະກຳ. ກຳປູເຈຍ ຍາມໃດກໍ່ຈົດຈຳ, ຮູ້ບຸນຄຸນຕໍ່ການສົມທົບ, ການຊ່ວຍເຫຼືອຂອງກອງທັບອາສາສະໝັກຫວຽດນາມ ທີ່ໄດ້ຊ່ວຍເຫຼືອປະຊາຊົນກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ.

ສອງຝ່າຍເຫັນດີເປັນເອກະພາບ ຈະສ້າງເງື່ອນໄຂໃຫ້ສະມາຄົມນັກຮົບເກົ່າສອງປະເທດມີການເຄື່ອນໄຫວພົບປະແລກປ່ຽນເປັນປະຈໍາກວ່າ, ເພີ່ມທະວີຄວາມສາມັກຄີ, ສະໜິດຕິດພັນ, ປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດໃນໄລຍະໃໝ່.

ໂດຍ: ຈາງຫງວຽນ