ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານ VUFO ຟານແອງເຊີນ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືອິນເດຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ, ເປັນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈ, ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ. VUFO, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບກັບບັນດາຄູ່ຮ່ວມມືຢູ່ອິນເດຍ ໃນນັ້ນມີ ISCUF ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ.

leftcenterrightdel
ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Kagitala Raja Sekhar, ເລຂາທິການໃຫຍ່ ISCUF ລັດ Andhra Pradesh, ເນັ້ນໜັກວ່າ ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນໄລຍະຍາວທີ່ສ້າງຂຶ້ນຜ່ານບັນດາຄຸນຄ່າລວມ, ຄວາມເຄົາລົບເຊິ່ງກັນ ແລະກັນ ແລະການຮ່ວມມືຍຸດທະສາດ. ນອກຈາກການອັບເດດບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ແລະແນະນຳມູນເຊື້ອວັດທະນະທຳຫວຽດນາມ ແລ້ວ, ທ່ານປະທານ VUFO ແລະທ່ານເລຂາທິການໃຫຍ່ ISCUF ລັດ Andhra Pradesh ໄດ້ປຶກສາຫາລື ແລະເຫັນດີຊອກຫາກາລະໂອກາດຮ່ວມມື ແລະຜັນຂະຫຍາຍບັນດາຮູບການ ແລະວຽກງານສົມທົບກັນເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນປະກອບສ່ວນປັບປຸງການພົວພັນມິດຕະພາບ.

ໂດຍ: ທະນາພອນ