ທີ່ການຕ້ອນຮັບ, ທ່ານ ເລືອງເກື່ອງ ໄດ້ຕາງໜ້າການນໍາພັກ, ລັດ ແລະປະຊາຊົນຫວຽດນາມ ຂອບໃຈຄະນະບໍລິຫານງານສູນກາງພັກກອມມູນິດຈີນ ທີ່ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ. ພິເສດ ແມ່ນວັນທີ 20 ກໍລະກົດ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ມາແບ່ງປັນຄວາມເສົ້າສະຫຼົດໃຈ ແລະຂຽນໃສ່ປຶ້ມໄວ້ອາໄລຢູ່ສະຖານທູດ ຫວຽດນາມ ປະຈໍາ ປັກກິ່ງ.

leftcenterrightdel
ທ່ານ ເລືອງເກື່ອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ ຕ້ອນຮັບທ່ານ Xiong Bo ເອກອັກຄະລັດຖະທູດ ຈີນ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ Xiong Bo ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກ, ລັດ ແລະປະຊາຊົນຫວຽດນາມ ກ່ຽວກັບການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານ Xiong Bo ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນນັກມາກຊິດ ທີ່ໝັ້ນຄົງ, ເປັນຜູ້ນໍາທີ່ປີຊາສາມາດຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ເປັນສະຫາຍທີ່ ສະໜິດສະໜົມ, ເປັນເພື່ອນທີ່ຈິງໃຈຂອງພັກ, ລັດ ແລະປະຊາຊົນ ຈີນ. ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ທັງແມ່ນການສູນເສຍອັນໃຫຍ່ຫຼວງຕໍ່ກັບພັກ, ລັດ ແລະປະຊາຊົນ ຈີນ. ທ່ານເອກອັກຄະລັດຖະທູດ ຈີນ ເຊື່ອໝັ້ນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຈະຫັນຄວາມທຸກໂສກເສຍດາຍນີ້ ເປັນເຈດຈໍານົງການກະທໍາ, ສູ້ຊົນຢ່າງບໍ່ຢຸດຢັ້ງ ແລະຍາດໄດ້ຜົນງານໃໝ່ໃນພາລະກິດປ່ຽນແປງໃໝ່, ສ້າງສາລັດທິສັງຄົມນິຍົມ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຢ່າງມີໄຊ, ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ສໍາເລັດຜົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍຕີລາຄາສູງການພັດທະນາຢ່າງແຮງ ແລະແທດຈິງຂອງການພົວພັນລະຫວ່າງສອງພັກ, ສອງລັດ ໃນບັນດາຂົງເຂດ, ໂດຍສະເພາະແມ່ນພາຍຫຼັງການຢ້ຽມຢາມປະຫວັດສາດ 2 ຄັ້ງຂອງເລຂາທິການໃຫຍ່ 2 ທ່ານ ໃນປີ 2022 ແລະ 2023 ແລະເລື່ອງສອງຝ່າຍເຫັນດີເປັນເອກະພາບກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໄດ້ຮັບການປັບປຸງ ແລະເພີ່ມທະວີ, ການພົບປະແລກປ່ຽນລະຫວ່າງສອງພັກໄດ້ເສີມຂະຫຍາຍບົດບາດກໍານົດທິດທາງຍຸດທະສາດໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ.

ສອງຝ່່າຍເຫັນດີເປັນເອກະພາບ ຈະສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ພ້ອມກັນມານະພະຍາຍາມປະຕິບັດຄວາມຮັບຮູ້ລວມຂັ້ນສູງລະຫວ່າງສອງພັກ, ສອງລັດ ໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນໃນການຢ້ຽມຢາມ ສປ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນຕຸລາ ປີ 2022 ແລະການຢ້ຽມຢາມຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ເມື່ອເດືອນທັນວາ ປີ 2023, ສືບຕໍ່ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດ. 

ທ່ານ ເລືອງເກື່ອງ ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດອັນດີງາມ ແລະການປະກອບສ່ວນຢ່າງຕັ້ງໜ້າ, ສໍາຄັນຂອງທ່ານ Xiong Bo ໃນອາຍຸການປະຕິບັດງານຂອງຕົນ, ປະກອບສ່ວນນໍາການພົວພັນລະຫວ່າງສອງພັກ, ສອງລັດຂຶ້ນສູ່ລະດັບສູງໃໝ່, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດລະຫວ່າງສອງລັດ. ທ່ານ ເລືອງເກື່ອງ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ແມ່ນໃຫ້ບຸລິມະສິດແຖວໜ້າແກ່ການພັດທະນາການພົວພັນກັບ ຈີນ, ປາດຖະໜາຢາກພ້ອມກັບຝ່າຍຈີນ ສືບຕໍ່ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງສອງພັກ, ສອງລັດ.

ທ່ານ Xiong Bo ຢັ້ງຢືນວ່າ ຝ່າຍ ຈີນ ຈະສະໜັບສະໜູນຫວຽດນາມ ພັດທະນາ, ເປັນເຈົ້າຍຸດທະສາດ, ພ້ອມແລ້ວທີ່ຈະເພີ່ມທະວີການພົບປະແລກປ່ຽນບົດຮຽນກໍ່ສ້າງພັກ, ພັດທະນາປະເທດ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ.

ໂດຍ: ໄຊຊະນະ